ທ່ານປະ​ກອບ​ກິດ​ຈະ​ການໃດໜຶ່ງຢູ່​ໃນ ສປປ ລາວບໍ?

ກະລຸນາກວດເບິ່ງວ່າ ໂຄງການ REAL ຂອງພວກເຮົາຈະສາມາດຊ່ວຍ ຫຼືເປັນປະໂຫຍດຕໍ່ກິດຈະການຂອງທ່ານໄດ້ແນວໃດ? ແລະທ່ານຈະສາມາດເຂົ້າມາມີສ່ວນຮ່ວມນຳພວກເຮົາໄດ້ແນວໃດ?

ໂຄງການ REAL ສົ່ງເສີມຂະບວນການປະຕິຮູບການສຶກສາຊັ້ນສູງ (HE) ໂດຍມີເປົ້າໝາຍເພື່ອແນໃສ່ເຮັດໃຫ້ການສຶກສາຊັ້ນສູງໃນ ສປປ ລາວ ມີຄວາມສອດຄ່ອງເໝາະສົມກັບຄວາມ​ຕ້ອງ​ການ​ຂອງຕະຫຼາດ​ແຮງ​ງານກໍ່ຄື​ສັງ​ຄົມ ແລະມີສະເໜ່ດຶງດູດຫຼາຍຂຶ້ນ, ໂຄງການຫຼັກສູດຂອງ HE ໄດ້ຮັບການ ອອກແບບໃຫ້ດີຂຶ້ນ, ໂດຍໃຫ້ມີຄວາມສົມດຸນທາງດ້ານໜ້າວຽກການຮຽນຂອງນັກສຶກສາ, ແລະການສິດສອນກໍ່ມີປະສິດທິພາບຫຼາຍຂຶ້ນ.

ມະຫາວິທະຍາໄລຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ REAL – ມ​ຊ, ມ​ສ, ມ​ຂ ແລະ ມ​ຈ – ກຳ​ລັງພັດ​ທະ​ນາເຮັດ​ວຽກ​ເສີມ​​ສ້າງສາຍ​ພົວພັນເຊື່ອມໂຍງ ກັບຕົວແທນຂອງຕະຫຼາດແຮງງານໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ໄປ​ເລື້ອຍໆ. ດັ່ງ​ນັ້ນ ​ຖ້າ​ຫາກ​ວ່າ​ທ່ານ​ແມ່ນ​ຜູ້​ປະ​ກອບ​ການ (ນາຍ​ຈ້າງ) / ຕົວ​ແທນ​ອຸດ​ສາ​ຫະ​ກໍາ​ທີ່​ສົນ​ໃຈ​ໃນ​: 

(1) ແລກປ່ຽນຄວາມຄິດຄວາມເຫັນຂອງທ່ານ ກ່ຽວກັບສິ່ງທີ່ຈະເຮັດໃຫ້ ການສຶກສາຊັ້ນ​ສູງມີຄວາມສອດ​ຄ່ອງ​ເໝາະ​ສົມກັບ​ຄວາມ​ຕ້ອງ​ການ​ຂອງຕະຫຼາດ​ແຮງ​ງານກໍ່ຄື​ສັງ​ຄົມຫຼາຍຂຶ້ນ ແລະ​ເຮັດ​ໃຫ້ນັກສຶກສາທີ່ຈົບ ອອກ​ມານັ້ນມີ​ຄຸນ​ລັກ​ສະ​ນະ​ທີ່​ເປັນ​ທີ່​ຕ້ອງ​ການ​ຂອງນາຍຈ້າງ ຫຼາຍຂຶ້ນ, ແລະ/ຫຼື

(2) ສະໜັບສະໜູນ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ ໃນ ສປປ ລາວ ໃນວຽກງານກະກຽມການຈ້າງງານ-/ ກະ​ກຽມນັກສຶກສາ​ໃຫ້​ມີ​ຄວາມພ້ອມ ສຳ​ລັບອຸດສາຫະກໍາ​ຕ່າງໆ, ກະລຸນາຕິດຕໍ່ຜູ້ປະສານງານ ໂຄງ​ການ REAL ປະ​ຈຳ​ມະຫາວິທະຍາໄລຄູ່ຮ່ວມໂຄງການ REAL.

ມຊ

ປອ. ສຸບິນ ສີສະຫວັດ

ມສ

ທ່ານ ຖາວອນ ພັນມະນີວົງ

ມຂ

ທ່ານ ນ. ເພັດສະຫວັນ ສົມສີວິລາ

ມຈ

ທ່ານ ນ. ນົງຄານ ພັນທະນາໄລ

ຂໍຂໍ້​ມູນຕິດຕໍ່ຂອງຜູ້ປະສານງານໂຄງ​ການ REAL ປະ​ຈຳ​ມະຫາວິທະຍາໄລຕ່າງໆ ຜ່ານແບບຟອມຕິດຕໍ່ໃນເວັບໄຊທ໌ນີ້.

ການສຳຫຼວດເກັບກຳຂໍ້ມູນເພື່ອຮູ້ວ່າສັງຄົມລາວຕ້ອງການນັກສຶກສາຈົບຈາກສະຖາບັນການສຶກສາຊັ້ນສູງ ດ້ວຍຄຸນລັກສະນະແນວໃດ


ເດືອນພຶດສະພາ – ມິຖຸນາ 2025 – ​​ໂຄງ​ການ REAL ດຳ​ເນີນ​ການສຳຫຼວດ​ເກັບ​ກຳ​ຂໍ້​ມູນ ກ່ຽວກັບສິ່ງທີ່ນັກສຶກ​ສາ​ຈຳ​ເປັນ​ຕ້ອງ​ຮູ້, ສາມາດເຮັດໄດ້ ແລະທັກສະແລະຄວາມສາມາດອັນໃດແດ່ ທີ່ຈະເຮັດ ໃຫ້ນັກສຶກ​ສາ ສາມາດຊອກວຽກເຮັດງານທໍາ​ໄດ້ ຫຼື​ປະ​ກອບ​ອາ​ຊີບ​ໄດ້ງ່າຍຂຶ້ນ – ພວກເຮົາຈະລົງ​ໄປຫາ​ບັນ​ດາຜູ້ຕາງໜ້າຕະຫຼາດ ແຮງງານ ທີ່ໄດ້ຈ້າງງານ​ນັກ​ສຶກ​ສາ​ທີ່ຈົບຫຼັກ​ສູດປະລິນຍາຕີ ໃນ​ສາ​ຂາ​ວິ​ຊາ​ສະ​ເພາະທີ່ລະບຸໄວ້ຂ້າງລຸ່ມນີ້.

– ເຕັກ​ໂນ​ໂລ​ຊີ​ອາ​ຫານ​,
– ວິ​ສະ​ວະ​ກໍາ​ໄຟ​ຟ້າ​,
– ສັດ​ຕະ​ວະ​ແພດ​,
– ພາ​ສາ​ອັງ​ກິດ​,
– ວິ​ສະ​ວະ​ກໍາ​ໂຍທາ​ແລະ​ຂົນ​ສົ່ງ​,
– ວິ​ທະ​ຍາ​ສາດ​ສັດ / ການ​ລ້ຽງ​ສັດ​,
– ການ​ພັດ​ທະ​ນາ​ຊົນ​ນະ​ບົດ ​ແລະ​ການ​ຂະ​ຫຍາຍ​ທຸ​ລະ​ກິດ​,
– ການ​ບໍລິຫານຄຸ້ມ​ຄອງ​ທຸ​ລະ​ກິດ​, ຫຼື​
– ການທ່ອງທ່ຽວ ແລະ ການຕ້ອນຮັບ

ຖ້າ​ກໍ​ລະ​ນີໃດ​ໜຶ່ງ​ໃນ​ຂ້າງ​ລຸ່ມນີ້ຫາກ​​ກົງ​ກັບຕົວທ່ານ, ກະລຸນາຕິດຕໍ່ພວກເຮົາ.

ງານກິດຈະກຳເຜີຍແຜ່ ໂຄງການ REAL

ຖ້າທ່ານຢາກຮຽນຮູ້ ແລະ ເຂົ້າໃຈເພີ່ມເຕີມກ່ຽວກັບໂຄງການ REAL ຂອງພວກເຮົາ, ຕໍ່ໄປນີ້ແມ່ນຊ່ວງວັນເວລາທີ່ຈະມີການຈັດງານກິດຈະກໍາເຜີຍແຜ່ຂອງໂຄງການ REAL ໃນອະນາຄົດ ທີ່ທ່ານສາມາດຈະເຂົ້າຮ່ວມໄດ້ ຄື:

[ໃຫ້ຕິດຕາມເບິ່ງຂໍ້ມູນການຈັດງານເຜີຍແຜ່ໃນໜ້ານີ້ ເພື່ອເບິ່ງວັນເວລາ ແລະ ລິ້ງລົງທະບຽນ ເມື່ອມີການແຈ້ງ]

  • ວັນທີ 29 ສິງຫາ 2025 – ກອງປະຊຸມເປີດກວ້າງ ຄັ້ງທີ 2 (ທີ່ ນະຄອນຫຼວງວຽງຈັນ)
  • ວັນທີ 11 ທັນວາ 2025 – ກອງປະຊຸມເປີດກວ້າງ ຄັ້ງທີ 3 (ທີ່ ນະຄອນຈຳປາສັກ)
  • ເດືອນມີນາ 2026 – ກອງປະຊຸມອອນໄລນ໌ ໂຄງການ REAL ກ່ຽວກັບຄຸນລັກສະນະ ຫຼື ໂປຣໄຟລ໌ (profile) ຂອງນັກສຶກສາທີ່ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມລາວ + ກອງປະຊຸມໂຄງການ REAL ເພື່ອເຜີຍແຜ່ຜົນການສຳຫຼວດທີ່ໄດ້ຈາກການລົງເກັບກຳຂໍ້ມູນໃນ ມຊ, ມສ, ມຈ ແລະ ມຂ
  • ເດືອນເມສາ 2026 – ກອງປະຊຸມເປີດກວ້າງ ຄັ້ງທີ 4 (ທີ່ ນະຄອນຫຼວງວຽງຈັນ)
  • ເດືອນພຶດສະພາ – ເດືອນມິຖຸນາ 2026 – ການສໍາມະນາທາງວິຊາການໃນຫົວຂໍ້ “ການນໍາໃຊ້ຜົນການຮຽນ ເພື່ອຮັບປະກັນຄວາມເປັນໄປໄດ້” ທີ່ ມຊ, ມສ, ມຈ ແລະ ມຂ
  • ເດືອນສິງຫາ 2026 – ກອງປະຊຸມເປີດກວ້າງ ຄັ້ງທີ 5 (ທີ່ ນະຄອນຫຼວງວຽງຈັນ)
  • ເດືອນພະຈິກ 2026 – ກອງ​ປະ​ຊຸມ​ວ່າ​ດ້ວຍ “ການເຊື່ອມໂຍງຜົນການຮຽນກັບພາ​ລະໜ້າວຽກຂອງການຮຽນທັງໝົດ ຂອງນັກສຶກ​ສາເປັນອົງປະກອບ ຫຼັກສຳ​ຄັນ​ໃນ​ການ​ປະ​ກັນ​ຄຸ​ນະ​ພາບ​ພາຍ​ໃນ” ຈັດ​ຂຶ້ນຢູ່ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ
  • ເດືອນທັນ​ວາ 2026 – ກອງປະຊຸມເປີດກວ້າງ ຄັ້ງທີ 6 (ທີ່ ມຂ, ​ສະ​ຫວັນ​ນະ​ເຂດ)
  • ເດືອນກຸມພາ/ມີນາ 2027 – ກອງປະຊຸມອອນໄລນ໌ຂອງ​ໂຄງ​ການ REAL ກ່ຽວກັບມາດຕະການດຶງດູດນັກສຶກ​ສາເຂົ້າຮຽນ ​ໃນສະ​ຖາ​ບັນ​ການ​ສຶກ​ສາຊັ້ນສູງ + ກອງ​ປະ​ຊຸມເພື່ອນຳ​ສະ​ເໜີ ແລະແບ່ງປັນຊັບພະຍາກອນຕ່າງໆ ທີ່ຜະລິດຢູ່ ​ມ​ຊ, ມ​ສ, ມ​ຈ ແລະ ມ​ຂ
  • ເດືອນເມ​ສາ 2027 – ກອງປະຊຸມເປີດກວ້າງ ຄັ້ງທີ 7 (ທີ່ ນະຄອນຫຼວງວຽງຈັນ)
  • ພຶດສະພາ – ມິຖຸນາ 2027 – ກອງປະຊຸມສຳ​ມະ​ນາ​ທາງວິ​ຊາ​ການ​ວ່າ​ດ້ວຍ “ການຄາດຄະເນໜ້າວຽກຂອງການຮຽນທັງໝົດຂອງນັກສຶກສາ ​ເປັນ​ພາກ​ສ່ວນພື້ນ​ຖານ​ສຳ​ຄັນ​ສຳ​ລັບການຈັດຕັ້ງປະຕິບັດ OBE” ຢູ່ ໃນ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ.
  • ເດືອນຕຸ​ລາ 2027 – ກອງປະຊຸມເປີດກວ້າງ ຄັ້ງທີ 8 (ທີ່ ນະຄອນຫຼວງວຽງຈັນ)
  • ເດືອນກຸມພາ – ມີນາ 2028 – ກອງປະຊຸມອອນໄລນ໌ໂຄງ​ການ REAL ວ່າ​ດ້ວຍ “ກົນ​ລະຍຸດທະສາດໃນການດຶງດູດ​ພາກສ່ວນກ່ຽວຂ້ອງຕ່າງໆ ໃຫ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມໃນການປັບປຸງຄວາມສອດ​ຄ່ອງເໝາະ​ສົມ ແລະຮັບປະກັນ ມູນຄ່າເພີ່ມຂອງການສຶກສາຊັ້ນ​ສູງໃນ ສ​ປ​ປ ລາວ + ແຜນ​ກອງ​ປະ​ຊຸມໂຄງ​ການ REAL ເພື່ອປຶກສາຫາລືແລ​ກ​ປ່ຽນ​ກ່ຽວ​ກັບ​ກົນ​ລະ​ຍຸດທີ່​ມີປະສິດທິຜົນພາບ ຢູ່ໃນ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ.
  • ເດືອນເມສາ 2028 – ກອງປະຊຸມເປີດກວ້າງ ຄັ້ງທີ 9 (ທີ່ ຫຼວງພະ​ບາງ)
  • ເດືອນຕຸລາ 2028 – ກອງ​ປະ​ຊຸມເຜີຍແຜ່​ລະ​ດັບ​ຊາດ ​ຂອງໂຄງ​ການ REAL (ທີ່ ນະ​ຄອນຫຼວງວຽງຈັນ)
  • ເດືອນ​ພະ​ຈິກ 2028 – ເດືອນມັງ​ກອນ 2029 – ກອງປະ​ຊຸມເຜີຍແຜ່​​ຜົນ​ສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ REAL ​ ຢູ່ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ

REAL Erasmus+ project: 101177156