ໂຄງການ REAL ຈະໃຫ້ນັກສຶກສາລາວເຂົ້າມາມີສ່ວນຮ່ວມຢ່າງຈິງຈັງ ໃນຂະບວນການປະຕິຮູບການສຶກສາຊັ້ນສູງ (HE) ໂດຍມີຈຸດປະສົງ ເພື່ອແນໃສ່ເຮັດໃຫ້ HE ໃນ ສປປ ລາວ ມີຄວາມສອດຄ່ອງເໝາະສົມກັບຄວາມຕ້ອງການຂອງຕະຫຼາດແຮງງານກໍ່ຄືສັງຄົມ ແລະ ມີສະເໜ່ດຶງດູດ, ໂຄງການຫຼັກສູດ ຂອງ HE ໄດ້ຮັບການ ອອກແບບໃຫ້ດີຂຶ້ນ, ໂດຍໃຫ້ ມີຄວາມສົມດຸນ ທາງດ້ານໜ້າວຽກຂອງນັກສຶກສາ, ແລະການສິດສອນ ກໍ່ມີປະສິດທິພາບຫຼາຍຂຶ້ນ.
ໃນຖານະນັກສຶກສາສະຖາບັນການສຶກສາຊັ້ນສູງໃນ ສປປ ລາວ, ຂໍເຊີນທ່ານເຂົ້າຮ່ວມໃນການສຳຫຼວດເກັບກຳຂໍ້ມູນ ແລະກອງປະຊຸມເຜີຍແຜ່ ທີ່ທາງໂຄງການ REAL ຈັດຂຶ້ນ ເພື່ອຮັບປະກັນວ່າສຽງຂອງທ່ານໄດ້ຖືກຮັບຟັງ ແລະ ຜົນໄດ້ຮັບສຸດທ້າຍຕົງຕາມຄວາມຕ້ອງການຂອງນັກສຶກສາຢ່າງແທ້ຈິງ.
ຖ້າທ່ານ ກຳລັງສຶກສາຢູ່ ມຊ, ມສ, ມຂ ຫຼື ມຈ, ວິທີທີ່ດີທີ່ສຸດທີ່ທ່ານຈະສາມາດເຂົ້າຮ່ວມກິດຈະກໍາຂອງໂຄງການ REAL ໄດ້ ໂດຍການຕິດຕໍ່ກັບ ຜູ້ປະສານງານໂຄງການ REAL ປະຈຳມະຫາວິທະຍາໄລຂອງທ່ານ.
ມຊ | ປອ. ສຸບິນ ສີສະຫວັດ |
ມສ | ທ່ານ ຖາວອນ ພັນມະນີວົງ |
ມຂ | ທ່ານ ນ. ເພັດສະຫວັນ ສົມສີວິລາ |
ມຈ | ທ່ານ ນ. ນົງຄານ ພັນທະນາໄລ |
ຖ້າເຈົ້າຮຽນຢູ່ສະຖາບັນການສຶກສາຊັ້ນສູງອື່ນໆ ຂອງ ສປປ ລາວ, ກະລຸນາອ່ານຕໍ່.
ເດືອນພຶດສະພາ – ມິຖຸນາ 2025 – ໂຄງການ REAL ໄດ້ເຮັດການສຳຫຼວດເກັບກຳຂໍ້ມູນກ່ຽວກັບສິ່ງທີ່ນັກສຶກສາຈຳເປັນຕ້ອງຮູ້, ສາມາດ ເຮັດໄດ້, ທັກສະ ແລະຄວາມສາມາດໃດແດ່ ທີ່ຈະເຮັດໃຫ້ນັກສຶກສາ ສາມາດຊອກຫາວຽກເຮັດງານທໍາ ຫຼືປະກອບອາຊີບຕົນເອງໄດ້ງ່າຍຂຶ້ນ.
ຖ້າເຈົ້າກຳລັງສຶກສາໃນຫຼັກສູດປະລິນຍາຕີໃດໜຶ່ງຕໍ່ໄປນີ້ໃນສະຖາບັນການສຶກສາຊັ້ນສູງໃນ ສປປ ລາວ:
– ເຕັກໂນໂລຊີອາຫານ,
– ວິສະວະກໍາໄຟຟ້າ,
– ສັດຕະວະແພດ,
– ພາສາອັງກິດ,
– ວິສະວະກໍາໂຍທາແລະຂົນສົ່ງ,
– ວິທະຍາສາດສັດ / ການລ້ຽງສັດ,
– ການພັດທະນາຊົນນະບົດ ແລະການຂະຫຍາຍທຸລະກິດ,
– ການບໍລິຫານຄຸ້ມຄອງທຸລະກິດ, ຫຼື
– ການທ່ອງທ່ຽວ ແລະ ການຕ້ອນຮັບ
ແລະຢູ່ປີສຸດທ້າຍຂອງການສຶກສາຂອງທ່ານ, ກະລຸນາຕິດຕໍ່ພວກເຮົາ (ຜ່ານຜູ້ປະສານງານຂອງສະຖາບັນ ຫຼືແບບຟອມຕິດຕໍ່ໃນເວັບໄຊທ໌ນີ້) ເພື່ອເຂົ້າຮ່ວມ ໃນການສຳຫຼວດເກັບກຳຂໍ້ມູນກ່ຽວກັບຄວາມສອດຄ່ອງເໝາະສົມຂອງໂປຣໄຟລ໌ (ຫຼື ຄຸນລັກສະນະ) ຂອງຜູ້ຈົບການສຶກສາ.
ຕໍ່ໄປນີ້ແມ່ນບັນດາກອງປະຊຸມເຜີຍແຜ່ຂອງໂຄງການ REAL ທີ່ຈະຈັດໃນອະນາຄົດທີ່ທ່ານສາມາດເຂົ້າຮ່ວມໄດ້
[ເບິ່ງຫນ້ານີ້ / ຕິດຕາມໃນໜ້າ FaceBook ຂອງໂຄງການ REAL ເພື່ອເບິ່ງວັນທີ ແລະລິ້ງເຊື່ອມຕໍ່ເຂົ້າໄປລົງທະບຽນ]
REAL Erasmus+ project: 101177156