ຜົນ​ງານ​ຜ່ານ​ມາ​ຂອງ​ພວກ​ເຮົາ

ກອງປະຊຸມເປີດກວ້າງ ຄັ້ງທີ 2 - ວັນທີ 29 ສິງຫາ 2025

ວັນ​ທີ 29 ສິງຫາ 2025, ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ 2 ຂອງໂຄງການ REAL ສິ້ນສຸດລົງ, ກອງ​ປະຊຸມເປີດກວ້າງ​ຄັ້ງ​ທີ 2 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ.

ກອງປະຊຸມຄັ້ງນີ້​ແມ່ນ​ຄັ້ງ​ທີ​ສອງ​ທີ່​ໄດ້ນຳສະເໜີກ່ຽວກັບໂຄງ​ການ REAL ຕໍ່ພາກສ່ວນກ່ຽວຂ້ອງສຳຄັນນອກເໜືອຈາກຄູ່ຮ່ວມໂຄງການ, ໂດຍໄດ້ມີການເຊີນຜູ້ມີສ່ວນກ່ຽວຂ້ອງຈາກ 3 ກຸ່ມເຂົ້າຮ່ວມ ຄື: ສິດເກົ່າ, ນາຍຈ້າງ ແລະ ຕົວແທນຂອງສະຖາບັນການສຶກສາຊັ້ນສູງ (HEIs) ໃນນະຄອນຫຼວງວຽງຈັນ (ນອກຈາກ ມຊ). ເນື້ອໃນທີ່ນຳສະເໜີ ມີເປົ້າໝາຍຂອງໂຄງການ, ຜົນໄດ້ຮັບທີ່ຄາດໄວ້ ແລະ ຜົນສໍາເລັດໃນໄລຍະຜ່ານມາ, ລວມທັງພາບລວມການຄົ້ນພົບ ຈາກການເກັບກຳຂໍ້ມູນກ່ຽວກັບສິ່ງທີ່ຕ້ອງໄດ້ປະກອບໃຫ້ນັກສຶກສາທີ່ຈະຈົບການສຶກສາວ່າ ພວກເຂົາເຈົ້າຕ້ອງມີຄວາມຮູ້ ທັກສະໃດແດ່ເພື່ອຮອງຮັບຫຼືຕອບສະໜອງໄດ້ຕາມຄວາມຕ້ອງການສໍາລັບຕະຫຼາດແຮງງານໃນ ສປປ ລາວ. ຫຼັງ​ຈາກການນຳສະເໜີ​ແລ້ວ, ອົງປະຊຸມໄດ້ແບ່ງອອກເປັນສອງກຸ່ມ: (ກ) ຜູ້ແທນສະຖາບັນການສຶກສາຊັ້ນສູງ ແລະ (ຂ) ນາຍຈ້າງ ແລະ ສິດເກົ່າ, ເພື່ອສືບຕໍ່ດຳເນີນການ​ປຶກ​ສາ​ຫາ​ລື​ກັນໃນຫ້ອງປະຊຸມທີ່ແຍກຕ່າງຫາກ.

ບັນດາຜູ້ແທນຂອງສະຖາບັນການສຶກສາຊັ້ນສູງຕ່າງໆ ໄດ້ປຶກສາຫາລືກັນກ່ຽວກັບການປະຕິບັດທີ່ພວກເຂົາພົບວ່າມີປະສິດຕິຜົນໃນການລະບຸຄວາມຕ້ອງການຂອງສັງຄົມໂດຍມີຈຸດປະສົງເພື່ອຮັບປະກັນຄວາມສອດຄ່ອງເໝາະສົມຂອງຄຸນລັກສະນະຂອງນັກສຶກສາທີ່ຈະຈົບອອກໄປ ແລະ ທຳຄວາມເຂົ້າໃຈເພີ່ມເຕີມໃນລາຍລະອຽດກ່ຽວກັບວິທີການໃນການເກັບກຳຂໍ້ມູນທີ່ທາງໂຄງການ REAL ໄດ້ຈັດຕັ້ງປະຕິບັດ. ທັງນາຍຈ້າງ ແລະ ສິດເກົ່າຖືກເຊີນເຂົ້າມາແລກປ່ຽນປະສົບການ ແລະແນວຄວາມຄິດກ່ຽວກັບວິທີທີ່ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການປັບປຸງໂຄງການຫຼັກສູດການສຶກສາຊັ້ນສູງໃນ ສປປ ລາວ ໃຫ້ມີຄວາມສອດຄ່ອງເໝາະສົມຫຼາຍຂຶ້ນ ແລະສາມາດປະກອບຄວາມຮູ້ຄວາມສາມາດໃຫ້ນັກສຶກສາທີ່ຈະຮຽນຈົບໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ.

ສະມາຊິກທີມງານໂຄງການ REAL – ທ່ານ ຖາວອນ ພັນມະນີວົງ (ມສ), ທ່ານ ​ນາງ ບຳເພັນ ແກ້ວມຸງຄຸນ (ມຈ), ທ່ານ ສຸບັນ ອຸດອນມີໄຊ (ມຂ), ແລະ ທ່ານ ນາງ ຫົງຄໍາ ວົງໄຊ (ມຊ) – ໄດ້ຂຶ້ນນຳສະເໜີ ກ່ຽວກັບ ບັນດາໜ້າວຽກ ແລະ ກິດຈະກຳໂຄງການທີ່ໄດ້ປະຕິບັດ, ໃນ​ຂະ​ນະ​ທີ່​ຄະ​ນະ​​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ  REAL ​ຂັ້ນ​ສູນ​ກາງ – ​ ທ່ານ ຮ​ສ.ປອ ຄູນ ສັກ​ບົວ​ວົງ (ມ​ຂ), ທ່ານ ປອ. ນາງ ໜູ​ພອນ ມະ​ນີ​ວັນ (ມ​ສ), ທ່ານ ປອ. ຄຳ​ແກ້ວ ຫານ​ຊະ​ນະ (ສ​ສກ), ທ່ານ ອຳ​ເຄັງ ເພັງ​ລາ​ສີ (ມ​ຊ), ທ່ານ ປອ. ນາງ ວຽງ​ດາ​ວົງ ຫຼວງ​ສິດ​ທິ​ເດດ (ສ​ສກ) – ນຳ​ພາດຳ​ການ​ສົນ​ທະ​ນາ​ແລກ​ປ່ຽນ​ຄຳ​ຄິດ​ເຫັນ ແລະເກັບກໍາຂໍ້ສະເ​ໜີ​ແນະ​ຕ່າງ ​ໃນວາລະກອງປະຊຸມ​ທັງ​ສອງດັ່ງກ່າວ ເພື່ອ​​ໃຊ້ເປັນ​ຂໍ້​ມູນຊ່ວຍໃນການຕິດຕາມວຽກງານ ຂອງໂຄງການໃນ​ຂັ້ນ​ຕໍ່​ໄປ.

ກອງປະຊຸມໃຫຍ່ ໂຄງການ REAL ຄັ້ງທີ 2 - ນະຄອນຫຼວງວຽງຈັນ, ວັນທີ 26 – 28 ສິງຫາ 2025

ທີມງານຈັດຕັ້ງປະຕິບັດໂຄງການ REAL ທັງໝົດ 17 ທີມ, ພ້ອມດ້ວຍຜູ້ຊ່ຽວຊານຄູ່ຮ່ວມໂຄງການຈາກສະຫະພາບເອີຣົບ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີສອງຂຶ້ນ ເພື່ອເຮັດວຽກຮ່ວມກັນ ແຕ່ວັນທີ 26-28 ສິງຫາ 2025, ໂດຍການເປັນເຈົ້າພາບຂອງມະຫາວິທະຍາໄລແຫ່ງຊາດ (ມຊ). ກອງປະຊຸມໃຫຍ່ຂອງ ໂຄງການ REAL ຄັ້ງທີ 2 ນີ້ແມ່ນສຸມໃສ່:

(1) ການແບ່ງປັນ ແລະປຶກສາຫາລືກ່ຽວກັບຜົນການຄົ້ນພົບຈາກການເກັບກຳຂໍ້ມູນກ່ຽວກັບຄຸນລັກສະນະນັກສຶກສາຈະຈົບການສຶກສາ (graduate profiles) ທີ່ນອນຢູ່ໃນສາຍວຽກຫຼັກທີ 1ຂອງໂຄງການ, ເຊິ່ງໄດ້ດໍາເນີນການໂດຍຄະນະທີມງານຂອງທັງ 17 ໂຄງການຫຼັກສູດ ໃນລະຫວ່າງເດືອນພຶດສະພາຫາເດືອນກໍລະກົດ 2025, ແລະ ພ້ອມນີ້ກໍ່ຍັງໄດ້ແລກປ່ຽນຖອດຖອນບົດຮຽນການຮຽນຮູ້ວິທີການໃນການດຶງໃຫ້ທັງສິດເກົ່າ ແລະ ນາຍຈ້າງເຂົ້າມາມີສ່ວນຮ່ວມໃນການປຶກສາຫາລືກ່ຽວກັບວ່າຈະເຮັດໃຫ້ການສຶກສາຊັ້ນສູງມີຄວາມສອດຄ່ອງກັບຄວາມຕ້ອງການຂອງສັງຄົມໄດ້ແນວໃດ – ສໍາລັບສາຍວຽກຫຼັກທີ 1;

(2) ກວດຄືນຜົນໄດ້ຮັບການຮຽນຂອງຫຼັກສູດລາຍວິຊາທີ່ໄດ້ຕັ້ງໄວ້ ແລະມີກອງປະຊຸມຝຶກອົບຮົມກ່ຽວກັບຜົນໄດ້ຮັບການຮຽນຮູ້ໃນລະດັບໂຄງການຫຼັກສູດ – ສໍາລັບ ສາຍວຽກຫຼັກທີ 2,

(3) ສາຍວຽກຫຼັກທີ 3 ຫົວຂໍ້ທີ 1: “ເຮັດແນວໃດໃຫ້ນັກສຶກສາເຂົ້າມາມີສ່ວນຮ່ວມໃນການຮຽນ ແລະ ຊ່ວຍໃຫ້ເຂົາເຈົ້າຮັບມືກັບຄວາມລົ້ມເຫຼວໄດ້?” (ປຶກສາຫາລືກ່ຽວກັບການປັບປຸງວິທີການສິດສອນທີ່ໄດ້ນຳມາທົດລອງ ແລະລະດົມຄວາມຄິດວ່າ ຈະສາມາດປຸກລະດົມໃຫ້ສະມາຊິກທີມໂຄງການ REAL ຄົນອື່ນໆ ປັບປຸງແລະໃຊ້ວິທີການໃນລັກສະນະຄ້າຍຄືກັນນີ້ໃນການປະຕິບັດການສິດສອນຂອງເຂົາເຈົ້າໄດ້ແນວໃດ ແລະຄວນມີກອງປະຊຸມສຳມະນາທາງວິຊາການແບບໃດເພື່ອພັດທະນາຄວາມເປັນມືອາຊີບໃນການສິດສອນທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄູອາຈານໄດ້ດີທີ່ສຸດ), ແລະສາຍວຽກຫຼັກທີ 3 ຫົວຂໍ້ 2: “ວິທີການນຳເອົາຫຼັກການຂອງການຮຽນຮູ້ຢ່າງຫ້າວຫັນ (active learning) ເຂົ້າໃຊ້ໃນການອອກແບບຫຼັກສູດແລະການສົ່ງບົດຮຽນຂອງອາຈານສອນແນວໃດ?” (ນຳສະເໜີ ແລະ ສົນທະນາກ່ຽວກັບສິ່ງທີ່ຄົ້ນພົບຈາກການເກັບຂໍ້ມູນຈາກນັກສຶກສາ, ປະຍຸກໃຊ້ຜົນການຄົ້ນຄວ້າ, ແລະກະກຽມວາງແຜນສໍາລັບຂັ້ນຕອນຕໍ່ໄປ, ລວມທັງການທົດລອງສອນໂດຍໃຊ້ເຕັກນິກການຮຽນຮູ້ແບບຫ້າວຫັນ ທີ່ເໝາະສົມທີ່ສຸດສໍາລັບສະພາບການສິດສອນຕົວຈິງຂອງຜູ້ສອນ).

ຜູ້ຕາງໜ້າຄະນະທີມງານໂຄງການ REAL ຂັ້ນສູນກາງຈາກກະຊວງສຶກສາ ແລະກິລາ (MOES):

  • ທ່ານ ປອ. ອຳມະນີ ນໍລິນ – ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ);
  • ທ່ານ ປອ. ປັນຍາ ຈັນທະວົງ – ຮັກສາການຫົວໜ້າກົມປະກັນຄຸນນະພາບການສຶກສາ (ສສກ);
  • ທ່ານ ນາງ ນິລິນທອນ ສັກລໍຄຳ – ຫົວໜ້າພະແນກວິຊາການ (ກົມການສຶກສາຊັ້ນສູງ, ສສກ),
  • ທ່ານ ພຸດທະສອນ ພົມມະລາດ – ຫົວໜ້າກວດກາ, ຕິດຕາມ ແລະ ປະເມີນຜົນ (ກົມການສຶກສາຊັ້ນສູງ, ສສກ), ແລະ
  • ທ່ານ ປອ. ນາງ ວຽງດາວົງ ຫຼວງສິດທິເດດ – ພະແນກວິຊາການ (ກົມການສຶກສາຊັ້ນສູງ, ສສກ), ແລະຜູ້ປະສານງານໂຄງການ Erasmus+ ຂັ້ນສູນກາງ,

ແລະຄະນະນຳມະຫາວິທະຍາໄລຄູ່ຮ່ວມໂຄງການ ທັງ 4 ຂອງ ສປປລາວ ຄື: ມຊ, ມຈ, ມຂ ແລະ ມສ (ເບິ່ງຂ້າງທາງລຸ່ມ) – ກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະໄດ້ເຮັດວຽກຮ່ວມກັນ ໃນມື້ທີ 2 (ເຕັມມື້) ແລະມື້ທີ 3 (ຕອນເຊົ້າ), ແລະໄດ້ເຂົ້າຮ່ວມປິດກອງປະຊຸມໂຄງການ REAL ຮ່ວມກັບຄະນະຈັດຕັ້ງປະຕິບັດໂຄງການ ເພື່ອຮັບຟັງສະຫຼຸບລາຍງານກ່ຽວກັບຄວາມຄືບຫນ້າໃນ 3 ວຽກງານຂອງໂຄງການ: ຮັບປະກັນຄວາມສອດຄ່ອງ ຂອງໂຄງການຫຼັກສູດ (ສາຍວຽກຫຼັກທີ 1), ຮັບປະກັນຄວາມເປັນໄປໄດ້ ຂອງໂຄງການການຫຼັກສູດໃນສະຖາບັນການສຶກສາຊັ້ນສູງ (ສາຍວຽກຫຼັກທີ 2) ແລະການຮັບປະກັນປະສິດທິຜົນ ຂອງການສິດສອນ (ສາຍວຽກຫຼັກທີ 3).

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ຂອງໂຄງການ REAL ​ໄດ້ເປີດຂຶ້ນຢ່າງເປັນທາງການ​ ທີ່ ມຊ ໂດຍການເປັນປະທ່ານຮ່ວມຂອງທ່ານ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ – ອະທິການມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ລາວັນ ວົງຄຳສານ ຫົວໜ້າ​ກົມ​ການ​ສຶກສາ​ຊັ້ນສູງ (ສສກ) ແລະ ທ່ານ ມາກ ກາລາເຮີ (Mark Gallagher) ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະພາບ ເອີຣົບປະຈຳລາວ, ໂດຍມີຕົວແທນຜູ້ຕາງໜ້າ​ສະຫະພາບ​ເອີຣົບ ປະຈຳ ສປປ ລາວ -​ທ່ານ​ນາງ ​ສາຍມະ​ໂນ ຊານຸບານ, ບັນດາແຂກ ແລະທີມງານຈັດຕັ້ງປະຕິບັດໂຄງການ REAL ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

​ເປັນ​ກຽດເຂົ້າ​ຮ່ວມໃນພິທີປິດກອງປະຊຸມໃຫຍ່​ໂຄງ​ການ REAL ຄັ້ງ​ທີ 2 ແມ່ນ​ມີ​ບັນ​ດາ​ຄະ​ນຳ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາຄູ່​ຮ່ວມ​ໂຄງ​ການ ແລະ ກະ​ຊວງ​ສຶກ​ສາ: ທ່ານ ອ​ຈ. ທອງ​ສຸກ ແກ້ວ​ມະ​ນີ – ຮອງອະທິການບໍດີ ມຊ, ທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິທອນ – ອະ​ທິ​ການ​ບໍ​ດີ ມ​ຈ, ທ່ານ​ ຮ​ສ.ປອ ຄູນ ສັກ​ບົວ​ວົງ – ອະ​ທິ​ການ ມ​ຂ, ທ່ານ ປອ. ນາງ ໜູພອນ ມະນີວັນ – ​ຜູ້​ແທນ ​ອະ​ທິ​ການ​ບໍ​ດີ ມ​ສ, ແລະ ທ່ານ ປອ. ອຳ​ມະ​ນີ ນໍ​ຣິນ – ຮອງຫົວໜ້າກົມການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ), ໃຫຍ່ MOES; ແລະ​​ ບັນ​ດາ​ແຂກ​ ພ້ອມ​ທີມ​ງານ​ປະ​ຕິ​ບັດ​ໂຄງ​ການ ເຂົ້າ​ຮ່ວມ.

ຜູ້ປະສານງານ​ໂຄງ​ການ REAL ຂັ້ນສະຖາບັນ – ທ່ານ ປອ. ສຸບິນ ສີສະຫວັດ (ມ​ຊ), ​ທ່ານ ນາງ ເພັດສະຫວັນ ສົມສີວິໄລ (ມ​ຂ), ທ່ານ ​ຖາ​ວອນ ພັນມະນີວົງ (ມສ), ແລະ ທ່ານ ນາງ ນົງ​ຄານ ພັນທະນາໄລ (ມ​ຈ) ໄດ້ຂຶ້ນສະເໜີສະພາບລວມຂອງວຽກງານ​/ກິດ​ຈະ​ກຳ​ໂຄງ​ການທີ່ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ສຳ​ເລັດ​ໄປ​ແລ້ວ​ພາຍ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ຂອງ​ຕົນ​ໃນ​ໄລ​ຍະ​ທຳ​ອິດ​ຂອງ​ການ​ປະ​ຕິ​ບັດ​ໂຄງ​ການທີ່​ຜ່ານ​ມາ, ໃນຂະນະທີ່ທ່ານ ​ປອ. ນາງ ວຽງ​ດາ​ວົງ ຫຼວງ​ສິດ​ທິ​ເດດ (ສ​ສກ) ກໍ່​ໄດ້​ນຳ​ສະ​ເໜີສະພາບລວມຂອງວຽກງານ​/ກິດ​ຈະ​ກຳ​ໂຄງ​ການທີ່ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ສຳ​ເລັດ​ແລ້ວ​ໃນຂັ້ນ​ສູນ​ກາງ (ສ​ສກ).

ໃນ​ຊ່ວງວາ​ລະເຮັດ​ວຽກ​ຮ່ວມ​ກັນ​ຂອງທີມ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ໃນກອງ​ປະຊຸມ​ໃຫຍ່ໂຄງ​ການ REAL ຄັ້ງ​ທີ 2 ນີ້​ແມ່ນ​ດຳ​ເນີນ​ກອງ​ປະ​ຊຸມ​ຮ່ວມກັນ​ໂດຍຊ່ຽວຊານ​ລາວ ​ແລະ EU.

ກອງປະຊຸມເຜີຍແຜ່ພາຍໃນຄັ້ງທຳອິດ ວ່າດ້ວຍ “ການປະຕິຮູບໂຄງສ້າງການສຶກສາຊັ້ນສູງໄດ້ເລີ່ມກໍ່ຮ່າງສ້າງຕົວ” ທີ່ມະຫາວິທະຍາໄລ ສປປ ລາວ

ໃນລະຫວ່າງວັນທີ 30 ເມສາ – 22 ພຶດສະພາ 2025, ມະຫາວິທະຍາໄລຄູ່ຮ່ວມໂຄງການ REAL 4 ແຫ່ງ ໃນ ສປປລາວ ຄື: ມຈ, ມຂ, ມສ ແລະ ມຊ ໄດ້ຈັດກອງປະຊຸມເຜີຍແຜ່ພາຍໃນຄັ້ງທຳອິດ ພາຍໃຕ້ຫົວຂໍ້ວ່າດ້ວຍ “ການປະຕິຮູບໂຄງສ້າງການສຶກສາຊັ້ນສູງໄດ້ເລີ່ມກໍ່ຮ່າງສ້າງຕົວ” – ເຊິ່ງເປັນການເຜີຍແຜ່ໃຫ້ແກ່ນັກວິຊາການ-ຄູອາຈານ, ຜູ້ບໍລິຫານ ແລະ ຄະນະນຳພາຍໃນສະຖາບັນຂອງໃຜລາວ – ໂດຍມີຈຸດປະສົງເພື່ອຊ່ວຍຮັບປະກັນໃຫ້ເກີດມີຄວາມເຂົ້າອົກເຂົ້າໃຈ ມີການຍອມຮັບ ແລະ ເຫັນດີຈັດຕັ້ງປະຕິບັດໂຄງການ REAL ຈົນບັນລຸຜົນສຳເລັດຢ່າງເປັນຮູບປະທຳໃນຂອບເຂດທົ່ວສະຖາບັນຂອງຕົນ. ກອງ​ປະຊຸມທີ່ຈັດຂຶ້ນນະໂອກາດນີ້ແມ່ນມີທັງໝົດ 7 ວາລະ (ໃນນັ້ນ ມສ ຈັດ 4 ວາລະ), ​​ມີອົງປະຊຸມ 150 ກວ່າ​ຄົນ​ເຂົ້າ​ຮ່ວມ​ເພື່ອ​ແລກປ່ຽນ, ຮຽນ​ຮູ້ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ: (ກ) ຈຸດປະສົງ​ຂອງ​ໂຄງການ, (ຂ) ໝາກຜົນ ແລະ ຜົນໄດ້ຮັບຂອງໂຄງການ​ທີ່​ຄາດ​ໄວ້, (ຄ) ສາຍງານຫຼັກທັງສາມຂອງໂຄງການ, (ງ) ຄວາມ​ຄືບ​ໜ້າໃນບັນດາໜ້າວຽກ​ທີ່​ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 1, ແລະ (ຈ) ​ບັນດາ​ບາດກ້າວ​ຕໍ່​ໄປ ​ແລະ ໜ້າວຽກ​ທີ່​ຈະຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍແຕ່ເດືອນພຶດສະພາ – ສິງຫາ 2025.

ກອງປະຊຸມເປີດກວ້າງ ຄັ້ງທີ 1, ວັນທີ 3 ເມສາ 2025 ທີ່ ນະຄອນຫຼວງວຽງຈັນ

ໃນວັນທີ 3 ເມສາ 2025, ພາຍຫຼັງກອງປະຊຸມໃຫຍ່ຂອງໂຄງການ REAL ຄັ້ງປະ​ຖົມ​ມະ​ເລີກສິ້ນສຸດລົງ, ໂຄງການ REAL ກໍ່ໄດ້ຈັດກອງປະຊຸມເປີດກວ້າງຄັ້ງທີ 1 ຂຶ້ນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມຄັ້ງນີ້​ເປັນຄັ້ງທຳອິດ ທີ່ໄດ້ມີການນຳສະເໜີ​ໂຄງການ REAL ​ໃຫ້​ບັນດາ​ແຂກສຳຄັນ​ຈາກ​ພາກ​ສ່ວນ​ພາຍນອກຕ່າງໆ ທີ່ນອກ​ເໜືອ​ຈາກ​ຄະ​ນະ​ທີມ​ງານ​ຈັດ​ຕັ້ງປະຕິບັດໂຄງ REAL, ຄືດັ່ງຕໍ່ໄປນີ້: ແຂກຜູ້ຕາງໜ້າ​ມະຫາວິທະຍາ​ໄລວິທະຍາສາດສຸຂະພາບ ເຊິ່ງເປັນມະຫາວິທະຍາໄລ​ແຫ່ງ​ທີ 5 ຂອງ ສປປ​ລາວ – UHS, ​ແລະ ຜູ້ຕາງໜ້າ​ຂອງ​ຕະຫຼາດ​ແຮງ​ງານ ເຊັ່ນ: ສະ​ມາ​ຄົມ​ການ​ທ່ອງ​ທ່ຽວແຫ່ງ ສ​ປ​ປ ລາວ, ກຸ່ມ​ບໍ​ລິ​ສັດ​ອິນ​ທິ​ຣາ, ບໍ​ລິ​ສັດ108Jobs, ບໍ​ລິ​ສັດ​ສິດ​ທິ​ໂລ​ຈິດ​ສະ​ຕິກ ແລະ​ບໍ​ລິ​ສັດ L-JATS. ເຊິ່ງໃນເວທີນີ້ ບັນດາຕົວແທນທີມງານຄູ່ຮ່ວມໂຄງການຈາກ 4 ມະຫາວິທະຍາໄລ – ທ່ານ ປອ. ນ. ລົດຈະນາ ໄຕໄຊຍະວົງ (ມຈ), ອຈ.ປອ. ນ. ລັດຊະນີພອນ ສຸລິຍະວົງ (ມຊ), ທ່ານ ຖາວອນ ພັນມະນີວົງ (ມສ), ແລະ ທ່ານ ນ. ຄອນສະຫວັນ ນໍລະສານ (ມຂ) – ແລະທີມງານໂຄງການ REAL ກະຊວງສຶກສາທິການ ແລະ ກິລາ: ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ); ທ່ານ ອ​ຈ. ທອງ​ສຸກ ແກ້ວ​ມະ​ນີ, ຮອງ​ອະ​ທິ​ການ ມ​ຊ; ທ່ານ ປອ. ສົມໃຈ ໄພຍະວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກບົວວົງ, ອະທິການບໍດີ ມຂ, ແລະ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະທິການບໍດີ ມຈ; ແລະ ທ່ານ ນ. ສາຍ​ມະ​ໂນ ຊາ​ນຸ​ບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ (EU) ປະ​ຈຳ​ ສ​ປ​ປ ລາວ – ໃນວາ​ລະ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນໄດ້ມີ​ການນຳສະເໜີກ່ຽວກັບເນື້ອໃນລາຍລະອຽດຕ່າງໆຂອງໂຄງການ REAL ໃຫ້ບັນດາແຂກ ທີ່ເຂົ້າຮ່ວມໄດ້ຮັບຟັງ; ແລະຫຼັງຈາກນັ້ນບັນດາອົງປະຊຸມທັງໝົດກໍ່ໄດ້ມີ ການສົນທະນາແລກປ່ຽນ ຄຳຄິດເຫັນນຳກັນ ຢ່າງຫ້າວຫັນ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ປະ​ຖົມ​ມະ​ເລີກ - ນະ​ຄອນຫຼວງວຽງ​ຈັນ, 31 ມີ​ນາ - 2 ເມ​ສາ 2025

ຄະນະຈັດຕັ້ງປະຕິບັດໂຄງການ REAL 17 ທີມ, ພ້ອມຜູ້ຊ່ຽວຊານຄູ່ ຮ່ວມໂຄງການຈາກສະຫະພາບເອີຣົບ, ໄດ້ຈັດກອງປະຊຸມເຮັດວຽກ ຮ່ວມກັນເປັນເວລາ 3 ວັນ ແຕ່ວັນທີ 31 ມີນາ – 2 ເມສາ 2025; ໂດຍການເປັນເຈົ້າພາບຂອງ ມະຫາວິທະຍາໄລ ແຫ່ງຊາດ, ກອງປະຊຸມ ໃຫຍ່ຄັ້ງປະຖົມມະເລີກຂອງໂຄງການ REAL ນີ້ແມ່ນ ສຸມໃສ່:

(1) ການ​ກະ​ກຽມ​ວຽກຂອງສາຍງານທີ 1 – ການເກັບກຳຂໍ້ມູນກ່ຽວ​ກັບ ໂປຣຟາຍລ (profiles ຫຼື ຄຸນລັກສະນະ) ທີ່ຕ້ອງມີສຳລັບນັກສຶກສາ ທີ່ຈະຈົບ​ການ​ສຶກ​ສາ​,
(2) ວາ​ລະ​ທຳ​ອິດ​ຂອງສາຍ​ງານ​ທີ 2 ວ່າ​ດ້ວຍ​ການ​ສ້າງ​ຂີດ​ຄວາມ​ສາ​ມາດ, ໂດຍ​ໃຊ້ “ຜົນການຮຽນ: ຍ້ອນຫຍັງ ແລະເພື່ອຫຍັງ?” ຜົນການ​ຮຽນເປັນອົງປະກອບສໍາຄັນ ແລະ ຈຳ​ເປັນ ຂອງ​ວຽກ​ງານປະກັນ ຄຸນນະພາບພາຍໃນ ສໍາລັບການຈັດຕັ້ງປະຕິບັດ OBE ໃຫ້ມີປະສິດທິ​ພາບ, ແລະ​
(3) ສາຍ​ງານທີ 3 ຫົວຂໍ້ທີ 1: “ເຮັດແນວໃດໃຫ້ນັກສຶກ​ສາມີສ່ວນຮ່ວມ ໃນການຮຽນ ແລະຈະຊ່ວຍເຂົາເຈົ້າໃຫ້​ສາ​ມາດຮັບມືກັບຄວາມລົ້ມເຫຼວໃນການຮຽນ ກໍ່ຄືໃນຊີວິດຈິງ​ໄດ້​ແນ​ວ​ໃດ?” (ນຳສະເໜີຜົນໄດ້ຮັບຈາກການສອບ​ຖາມ​ນັກ​ສຶກ​ສາ (ASK Students) ແລະສົນທະນາແລກປ່ຽນກ່ຽວ​ກັບ​ຜົນ​ທີ່ໄດ້ສະເໜີໄປນັ້ນ, ຮຽນຮູ້ຈາກສິ່ງທີ່​ພົບ​ຈາກການຄົ້ນຄວ້າວິທະຍາສາດ, ແລະວາງແຜນສໍາລັບບາດ​ກ້າວຕໍ່ໄປ, ເຊິ່ງລວມເຖິງ ການທົດລອງວິທີການໃ​ໝ່ ເພື່ອໃຫ້​ນັກ​ສຶກ​ສາມີສ່ວນຮ່ວມໃນການ ຮຽນຮູ້ທີ່ດີກວ່າ).

ບັນດາແຂກທີ່ເປັນ​ກຽດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ໂຄງ​ການ REAL ຄັ້ງປະຖົມມະເລີກໃນຄັ້ງນີ້ ແມ່ນ​ມີຜູ້ຕາງໜ້າ​ໂຄງ​ການ REAL ຈາກກະ​ຊວງ​ສຶກ​ສາ ແລະ​ກິ​ລາ (MOES) ດັ່ງ​ລາຍ​ລະ​ອຽດ​ຕໍ່​ໄປ​ນີ້:

– ​ທ່ານ ປອ. ອຳ​ມະ​ນີ ນໍ​ລິນ, ຮອງຫົວ​ໜ້າ​ກົມການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ); 
– ທ່ານ ປອ. ປັນຍາ ຈັນທະວົງ, ຮັກສາການຫົວໜ້າກົມ ປະກັນຄຸນນະພາບການສຶກສາ (ປ​ຄ​ສ) ສ​ສກ;
– ທ່ານ ນາງ ນິລິນທອນ ສັກລໍຄຳ, ຫົວໜ້າພະແນກວິຊາການ; ກົມ​ການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ);
– ນາງ ໂມນິກາ ທິບພະລັງສີ, ຮອງຫົວໜ້າພະແນກ ຄຸ້ມຄອງວຸດທິການສຶກສາ, (ປ​ຄ​ສ) ສ​ສກ;
– ທ່ານ ພຸດທະສອນ ພົມມະລາດ, ຫົວໜ້າພະ​ແນກກວດກາ, ຕິດຕາມ ແລະ ປະເມີນຜົນ;
– ທ່ານ ປອ. ວຽງ​ດາ​ວົງ ຫຼວງ​ສິດ​ທິ​ເດດ, ພະແນກວິຊາການ, ກົມ​ການ​ສຶກ​ສາ​ຊັ້ນ​ສູງ ສ​ສກ & ຜູ້​ປະ​ສານ​ງານ​ Erasmus+ ຂັ້ນ​ສູນ​ກາງ​ປະ​ຈຳ ສປປ ລາວ;
– ທ່ານ ຄຳຫຼ້າ ວໍ​ລະ​ດີ, ພະແນກວິຊາການ, ກົມ​ການ​ສຶກ​ສາ​ຊັ້ນ​ສູງ ສ​ສກ;

ພ້ອມນີ້ກໍ່​ຍັງ​ມີ​ບັນ​ດາ​ຄະ​ນະ​ນຳ​ຂັ້ນສູງຂອງ 4 ມະຫາວິທະຍາໄລ (ມ​ຊ, ມ​ສ, ມ​ຈ ແລະ ມ​ຂ) ເຂົ້າ​ຮ່ວມ (ເບິ່ງລາຍ​ລະ​ອຽດຂ້າງລຸ່ມ) –  ຊຶ່ງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ບັນ​ດາ​ແຂກ​ແມ່ນ​ໄດ້​ເຂົ້າ​ຮ່ວມ​ໃນ​ບັນ​ດາ​ວະ​ລະ​ຕ່າງໆຂອງກອງປະຊຸມ ແລະ​ພ້ອມນີ້ກໍ່​ໄດ້ຮ່ວມປິດກອງ​ປະ​ຊຸມ​ກັບທີມງານໂຄງການ REAL ເພື່ອຮັບຟັງບົດ​ລາຍ​ງານຄວາມຄືບ ໜ້າຜົນ​ສຳ​ເລັດຂອງການ​ຈັດ​ຕັ້ງປະຕິບັດ​ວຽກ​ໂຄງ​ການ ໃນສາມ (3) ສາຍງານຫຼັກ ຄື: ການຮັບປະກັນຄວາມ​ສອດ​ຄ່ອງ​ເໝາະ​ສົມຂອງຫຼັກ​ສູດ​ໃນສະຖາບັນການສຶກສາຊັ້ນສູງຕ່າງໆ (ສາຍງານທີ 1), ຮັບ​ປະ​ກັນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການຫຼັກ​ສູດ​ຂອງ​ການ​ສຶກ​ສາ​ຊັ້ນ​ສູງ (ສາຍ​ງານທີ 2) ແລະການຮັບປະກັນປະສິດທິພາບຂອງການສິດສອນ (ສາຍງານທີ 3).

​​ກອງ​ປະຊຸມ​ໃຫຍ່​ໂຄງ​ການ REAL ​ຄັ້ງປະຖົມມະເລີກນີ້ ເປັນ​ກຽດຮ່ວມ​ເປີດໂດຍ ​ທ່ານ ​ສາດ​ສະ​ດາ​ຈານ ປອ. ເດຊານຸລາດ ແສນດວງເດດ, ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ແລະ​ທ່ານ ຮອງ​ສາດ​ສະ​ດາ​ຈານ ປອ. ລາ​ວັນ ວົງ​ຄຳ​ສານ, ຫົວໜ້າກົມ ການສຶກສາຊັ້ນສູງ, ສ​ສກ; ແລະ​ໃນ​ມື້​​ປິດ​ກອງ​ປະຊຸມດັ່ງ​ກ່າວ ແມ່ນ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ອ​ຈ. ທອງ​ສຸກ ແກ້ວ​ມະ​ນີ, ຮອງ​ອະ​ທິ​ການ ມ​ຊ; ທ່ານ ປອ. ສົມ​ໃຈ ໄພ​ຍະ​ວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກ​ບົວ​ວົງ, ອະ​ທິ​ການ​ບໍ​ດີ ມ​ຂ; ທ່ານ ຮ​ສ. ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະ​ທິ​ການ​ບໍ​ດີ ມ​ຈ; ແລະ ​ທ່ານ ປອ. ອຳ​ມະ​ນີ ນໍ​ລິນ, ຮອງຫົວ​ໜ້າ​ກົມການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ). ທ່ານ ນາງ ໄຊມະໂນ ຊາ​ນຸ​ບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ ປະຈຳ ສປປ ລາວ; ​​ຜູ້​ປະ​ສານ​ງານ​ໂຄງ​ການ REAL ຂອງ​ 4 ມະ​ຫາ​ວິ​ທະ​ຍາ​ໄລ​: ທ່ານ ປອ. ສຸບິນ ສີສະຫວັດ, ຜູ້ປະສານງານໂຄງ​ການ REAL ມ​ຊ, ທ່ານ ຖາວອນ ປັນມະນີວົງ, ຜູ້ປະສານງານໂຄງ​ການ REAL ມສ, ທ່ານ ນາງ ເພັດສະຫວັນ ສົມສີວິໄລ, ຜູ້ປະສານງານໂຄງ​ການ REAL ມຂ) ແລະ ທ່ານ ນາງ ນົງ​ຄານ ພັນທະນາໄລ, ຜູ້ປະສານງານໂຄງ​ການ REAL ມຈ; ແລະ ສະມາຊິກທີມງານໂຄງ​ການ REAL ຮັບ​ຜິດ​ຊອບເຜີຍແຜ່ ຈາກທັງ 4 ມະຫາວິທະຍາໄລຄູ່ຮ່ວມໂຄງການຂອງ ສປປ ລາວ ກໍ່ໄດ້ປະກອບສ່ວນເຮັດ​ໃຫ້ກອງ​ປະ​ຊຸມ​ໃຫ​ຍ່ຄັ້ງ​ປະ​ຖົມ​ມະ​ເລີກຄັ້ງນີ້​ຈົບ​ລົງ​ດ້ວຍ​ຜົນ​ສຳເລັດ​ຢ່າງ​ສະ​ຫງ່າ​ງາມ.

ເດືອນກຸມພາ 2025 - ກອງປະຊຸມພິທີເປີດໂຄງການ REAL ຢ່າງເປັນທາງການ

ໃນເດືອນກຸມພາ 2025, ທີມງານຈັດຕັ້ງປະຕິບັດໂຄງການທັງໝົດໄດ້ຮັບການສ້າງຕັ້ງຂຶ້ນ ລວມມີ: ທີມໂຄງການ REAL ຂັ້ນຄະນະວິຊາ 17 ທີມ (ມຊ: 5 ທີມ, ມສ: 4 ທີມ, ມຂ: 4 ທີມ ແລະມຈ: 4 ທີມ), ໜ່ວຍງານຮັບຜິດຊອບໂຄງການ ຂັ້ນສະຖາບັນໃນ 4 ມະຫາວິທະຍາໄລ, ຄະນະຮັບຜິດຊອບໂຄງການ REAL ຂັ້ນສູນກາງ ປະກອບມີ: ກະຊວງສຶກສາທິການ ແລະກິລາ, ຄະນະກຳມະການບໍລິຫານ ໂຄງການ REAL ແລະທີມງານເຜີຍແຜ່ໂຄງການ REAL.

ກອງ​ປະ​ຊຸມອອນລາຍ ໃນ​ວັນ​ທີ 11, 12, 19 ແລະ 20 ກຸມ​ພາ 2025; ເຊິ່ງ​ໄດ້​ມີ​ການເປີດໂຄງການ REAL​ ຢ່າງເປັນທາງການ, ດັ່ງລາຍລະອຽດຂ້າງລຸ່ມນີ້​:

1​) ການ​ນໍາ​ສະ​ເໜີພາບລວມຂອງໂຄງ​ການ​ REAL​,
2) ວຽກງານຄຸ້ມຄອງການເງິນ ແລະ ບໍລິຫານໂຄງການ REAL,
3) ໜ້າວຽກວິຊາການທຳ​ອິດຂອງໂຄງການ – ການ​ຖາມ-ຕອບ: ສິ່ງ​ທີ່​ແຕ່ລະ​ທີມງານ​ໂຄງການ REAL ​ຕ້ອງໄດ້​ເຮັດ​ກ່ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 1, ​ແລະ
4) ກອງປະຊຸມທີມງານເຜີຍແຜ່ຄັ້ງທໍາອິດ

ໃນກອງປະຊຸມຄັ້ງນີ້ ມີແຂກຜູ້ຕາງໜ້າທັງໝົດ 107 ທ່ານຈາກສະຖາບັນຄູ່ຮ່ວມໂຄງການເຂົ້າຮ່ວມ – ເຊິ່ງເປັນນິມິດໝາຍອັນດີຂອງການເລີ່ມຕົ້ນອອກເດີນທາງເປັນເວລາ 4 ປີ ຂອງໂຄງການ REAL ພວກເຮົາ!

REAL Erasmus+ project: 101177156