ໂຄງການ REAL ສົ່ງເສີມຂະບວນການປະຕິຮູບການສຶກສາຊັ້ນສູງ (HE) ໂດຍມີເປົ້າໝາຍເພື່ອແນໃສ່ເຮັດໃຫ້ການສຶກສາຊັ້ນສູງໃນ ສປປ ລາວ ມີຄວາມສອດຄ່ອງເໝາະສົມກັບຄວາມຕ້ອງການຂອງຕະຫຼາດແຮງງານກໍ່ຄືສັງຄົມ ແລະມີສະເໜ່ດຶງດູດຫຼາຍຂຶ້ນ, ໂຄງການຫຼັກສູດ ຂອງ HE ໄດ້ຮັບການ ອອກແບບໃຫ້ດີຂຶ້ນ, ໂດຍໃຫ້ມີຄວາມສົມດຸນ ທາງດ້ານໜ້າວຽກ ການຮຽນຂອງນັກສຶກສາ, ແລະການສິດສອນ ກໍ່ມີປະສິດ ທິພາບຫຼາຍຂຶ້ນ. ດ້ວຍການສະໜັບສະໜູນຂອງບັນດາຄະນະນຳການສຶກສາຊັ້ນສູງ – ຈາກສະຖາບັນການສຶກສາຊັ້ນສູງ ທັງ ພາກລັດ ແລະ ເອກະຊົນ – ເປັນກຸນແຈສຳຄັນພາໃຫ້ຂະບວນການ ປະຕິຮູບການສຶກສາຊັ້ນສູງໄດ້ຮັບຜົນສຳເລັດຕາມທີ່ຄາດຫວັງໄວ້ ແລະ ມີຄວາມຢັ້ງຍືນ. ອັນນີ້ແມ່ນເຫດຜົນທີ່ໂຄງການ REAL ໄດ້ສ້າງຕັ້ງໜ່ວຍງານຮັບຜິດຊອບໂຄງການ REAL ຂັ້ນສະຖາບັນຢູ່ ມຊ, ມສ, ມຂ ແລະ ມຈ. ນອກນີ້ພວກເຮົາກໍ່ເຊີນຊວນຜູ້ບໍລິຫານ/ການນຳຂອງສະຖາບັນການສຶກສາຊັ້ນສູງອື່ນໆໃຫ້ເຂົ້າມາປະກອບສ່ວນຊ່ວຍ ສະໜັບສະໜູນໂຄງການ REAL ຂອງພວກເຮົາ ໃນຂະບວນການ ປະຕິຮູບການສຶກສາຊັ້ນສູງໃນ ສປປ ລາວ.
ໃນຖານະທີ່ເປັນຜູ້ບໍລິຫານ / ຄະນະນໍາຂອງສະຖາບັນການສຶກສາຊັ້ນສູງຂອງລາວ, ພວກເຮົາຢາກເຊື້ອເຊີນທ່ານເຂົ້າ ຮ່ວມໃນກອງປະຊຸມເຜີຍແຜ່ ທີ່ທາງໂຄງການ REAL ຈັດຂຶ້ນເພື່ອເຂົ້າໃຈເພີ່ມຕື່ມກ່ຽວກັບ:
(1) ສິ່ງທີ່ໂຄງການ REAL ພວກເຮົາສະເໜີໃຫ້,
(2) ຜົນປະໂຫຍດຕ່າງໆທີ່ ນັກສຶກສາ, ນັກວິຊາການຄູ-ອາຈານ ແລະ ສະຖາບັນການສຶກສາຊັ້ນສູງຂອງທ່ານ ຈະໄດ້ຮັບຈາກການນໍາໃຊ້ ຜົນຮັບຈາກທາງໂຄງການພວກເຮົາ,
(3) ຄວາມເປັນໄປໄດ້ຂອງການເຂົ້າຮ່ວມເປັນຜູ້ສົ່ງເສີມສະໜັບສະໜູນວົງນອກໃຫ້ກັບ ໂຄງການ REAL ໃນການປະຕິຮູບ – ຜູ້ບໍລິຫານ / ຄະນະນໍາຂອງສະຖາບັນການສຶກສາຊັ້ນສູງໄດ້ນໍາໃຊ້ວິທີການຂອງໂຄງການ REAL ໃນໂຄງການຫຼັກສູດ ແລະ / ຫຼື ໃນລະດັບສະຖາບັນການສຶກສາຊັ້ນສູງ (ທີ່ນອກເໜືອຈາກໂຄງການຫຼັກສູດ ແລະ / ຫຼື ສະຖາບັນການສຶກສາຊັ້ນສູງທີ່ຮ່ວມໃນໂຄງ REAL ໂດຍກົງ).
ຖ້າທ່ານເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລສະຫວັນນະເຂດ (ມຂ) ຫຼື ມະຫາວິທະຍາໄລຈຳປາສັກ (ມຈ), ວິທີທາງທີ່ດີທີ່ສຸດທີ່ທ່ານຈະສາມາດເຂົ້າຮ່ວມກິດຈະກໍາຂອງໂຄງການ REAL ແມ່ນໃຫ້ທ່ານຕິດຕໍ່ຜູ້ປະສານງານໂຄງການ REAL ປະຈຳມະຫາວິທະຍາໄລຂອງທ່ານ.
ມຊ | ປອ. ສຸບິນ ສີສະຫວັດ |
ມສ | ທ່ານ ຖາວອນ ພັນມະນີວົງ |
ມຂ | ທ່ານ ນ. ເພັດສະຫວັນ ສົມສີວິລາ |
ມຈ | ທ່ານ ນ. ນົງຄານ ພັນທະນາໄລ |
ຖ້າທ່ານສອນໃນສະຖາບັນການສຶກສາຊັ້ນສູງອື່ນໆໃນ ສປປ ລາວ, ຂໍໃຫ້ທ່ານສືບຕໍ່ອ່ານຕໍ່ໄປຕື່ມອີກ.
ເດືອນພຶດສະພາ – ມິຖຸນາ 2025 – ໂຄງການ REAL ໄດ້ເຮັດການສຳຫຼວດເກັບກຳຂໍ້ມູນກ່ຽວກັບສິ່ງທີ່ນັກສຶກສາຈຳເປັນຕ້ອງຮູ້, ສາມາດ ເຮັດໄດ້, ທັກສະ ແລະຄວາມສາມາດໃດແດ່ ທີ່ຈະເຮັດໃຫ້ນັກສຶກສາ ສາມາດຊອກຫາວຽກເຮັດງານທໍາ ຫຼືປະກອບອາຊີບຕົນເອງໄດ້ງ່າຍຂຶ້ນ – ພວກເຮົາຈະໄດ້ຂໍຄວາມຮ່ວມມືນຳ ນັກສຶກສາ, ນັກວິຊາການ ຄູ-ອາຈານ ແລະນັກສຶກສາທີ່ຈົບການສຶກສາ ຈາກໂຄງການຫຼັກສູດປະລິນຍາຕີ ທີ່ມີລາຍຊື່ຂ້າງລຸ່ມນີ້:
– ເຕັກໂນໂລຊີອາຫານ,
– ວິສະວະກໍາໄຟຟ້າ,
– ສັດຕະວະແພດ,
– ພາສາອັງກິດ,
– ວິສະວະກໍາໂຍທາແລະຂົນສົ່ງ,
– ວິທະຍາສາດສັດ / ການລ້ຽງສັດ,
– ການພັດທະນາຊົນນະບົດ ແລະການຂະຫຍາຍທຸລະກິດ,
– ການບໍລິຫານຄຸ້ມຄອງທຸລະກິດ, ຫຼື
– ການທ່ອງທ່ຽວ ແລະ ການຕ້ອນຮັບ
ຖ້າສະຖາບັນການສຶກສາຊັ້ນສູງຂອງທ່ານໄດ້ດຳເນີນການຮຽນການສອນໂຄງການຫຼັກສູດທີ່ກ່າວມາຂ້າງເທິງນີ້, ກະລຸນາຕິດຕໍ່ ໂຄງການ REAL ພວກເຮົາຜ່ານ ແບບຟອມຕິດຕໍ່ ຫຼື ຕິດຕໍ່ຜູ້ປະສານງານ ໂຄງການ REAL ປະຈຳມະຫາວິທະຍາໄລຄູ່ຮ່ວມໂຄງການ REAL ໃດໜຶ່ງ (ເບິ່ງລາຍລະອຽດໃນຂ້າງເທິງ).
ໂຄງການ REAL, ດ້ວຍການສະໜັບສະໜູນຢ່າງເຕັມທີ່ຈາກກະຊວງສຶກສາທິການ ແລະກິລາ, ຈະມີຄວາມຍິນດີ ແລະ ຊົມເຊີຍຕໍ່ການປະກອບ ສ່ວນພິເສດຂອງບັນດາຄະນະນຳການສຶກສາຊັ້ນສູງຂອງລາວ ທີ່ນຳໃຊ້ ວິທີການຂອງໂຄງການ REAL ໃນໂຄງການຫຼັກສູດ ແລະ/ຫຼື ໃຊ້ໃນລະ ດັບສະຖາບັນທີ່ຢູ່ນອກເໜືອໄປຈາກ ບັນດາໂຄງການຫຼັກສູດ/ສະຖາ ບັນການສຶກສາຊັ້ນສູງທີ່ເຂົ້າຮ່ວມໂຄງການໂດຍກົງ.
ຖ້າທ່ານມີຄວາມສົນໃຈຢາກຮູ້ລາຍລະອຽດເພີ່ມເຕີມ ແລະ ໃນທີ່ສຸດກໍ່ເຂົ້າຮ່ວມເປັນຜູ້ສົ່ງເສີມການປະຕິຮູບ ວົງນອກຂອງໂຄງການ REAL, ກະລຸນາແຈ້ງໃຫ້ພວກເຮົາຮູ້ ຜ່ານແບບຟອມຕິດຕໍ່ທີ່ມີໃນເວັບ ໄຊທ໌ນີ້ ຫຼືຕິດຕໍ່ຜູ້ປະສານງານໂຄງການ REAL ປະຈຳມະຫາວິທະຍາໄລໃດໜຶ່ງ (ເບິ່ງຂ້າງເທິງ).
ຖ້າທ່ານຢາກຮຽນຮູ້ ແລະ ເຂົ້າໃຈເພີ່ມເຕີມກ່ຽວກັບໂຄງການ REAL ຂອງພວກເຮົາ, ຕໍ່ໄປນີ້ແມ່ນຊ່ວງວັນເວລາທີ່ຈະມີການຈັດງານກິດຈະກໍາເຜີຍແຜ່ຂອງໂຄງການ REAL ໃນອະນາຄົດ ທີ່ທ່ານສາມາດຈະເຂົ້າຮ່ວມໄດ້ ຄື:
[ໃຫ້ຕິດຕາມເບິ່ງຂໍ້ມູນການຈັດງານເຜີຍແຜ່ໃນໜ້ານີ້ ເພື່ອເບິ່ງວັນເວລາ ແລະ ລິ້ງລົງທະບຽນ ເມື່ອມີການແຈ້ງ]
REAL Erasmus+ project: 101177156