ທ່ານ​ເປັນຜູ້ບໍ​ລິ​ຫານ​ຂັ້ນ​ສູງ​ຂອງສະຖາບັນການສຶກສາຊັ້ນສູງເອກະຊົນ ຂອງລາວບໍ?

ກະ​ລຸ​ນາກວດເບິ່ງວ່າໂຄງການ REAL ​ຂອງ​ພວກ​ເຮົາຈະ ສາມາດ​ຕອບ​ໂຈດ ຫຼື​ເປັນ​ປະ​ໂຫຍດ​ຕໍ່​ສະ​ຖາ​ບັນ​ການ​ສຶກ​ສາ​ຂອງ​ທ່ານໄດ້ແນວໃດ ແລະ ທ່ານສາມາດເຂົ້າ​ມາມີສ່ວນຮ່ວມ​ນຳ​ພວກ​ເຮົາໄດ້ແນວໃດ

ໂຄງການ REAL ສົ່ງເສີມຂະບວນການປະຕິຮູບການສຶກສາຊັ້ນສູງ (HE) ໂດຍມີເປົ້າໝາຍເພື່ອແນໃສ່ເຮັດໃຫ້ການສຶກສາຊັ້ນສູງໃນ ສປປ ລາວ ມີຄວາມສອດຄ່ອງເໝາະສົມກັບຄວາມ​ຕ້ອງ​ການ​ຂອງຕະຫຼາດ​ແຮງ​ງານກໍ່ຄື​ສັງ​ຄົມ ແລະມີສະເໜ່ດຶງດູດຫຼາຍຂຶ້ນ, ໂຄງການຫຼັກສູດ ຂອງ HE ໄດ້ຮັບການ ອອກແບບໃຫ້ດີຂຶ້ນ, ໂດຍໃຫ້ມີຄວາມສົມດຸນ ທາງດ້ານໜ້າວຽກ ການຮຽນຂອງນັກສຶກສາ, ແລະການສິດສອນ ກໍ່ມີປະສິດ ທິພາບຫຼາຍຂຶ້ນ. ດ້ວຍການສະໜັບສະໜູນຂອງບັນດາ​ຄະ​ນະນຳການ​ສຶກ​ສາ​ຊັ້ນ​ສູງ – ຈາກສະຖາບັນ​ການ​ສຶກ​ສາ​ຊັ້ນ​ສູງ ທັງ ພາກລັດ ແລະ ເອກະຊົນ – ເປັນກຸນແຈສຳຄັນ​ພາ​ໃຫ້ຂະບວນການ ປະຕິຮູບ​ການ​ສຶກ​ສາ​ຊັ້ນ​ສູງໄດ້ຮັບ​ຜົນສຳ​ເລັດຕາມທີ່ຄາດ​ຫວັງໄວ້ ແລະ ມີຄວາມຢັ້ງ​ຍືນ.  ອັນນີ້ແມ່ນເຫດຜົນທີ່ໂຄງການ REAL ໄດ້ສ້າງຕັ້ງໜ່ວຍງານ​ຮັບ​ຜິດ​ຊອບ​ໂຄງ​ການ REAL ຂັ້ນ​ສະ​ຖາ​ບັນຢູ່ ມ​ຊ, ມ​ສ, ມ​ຂ ແລະ ມ​ຈ. ນອກນີ້ພວກເຮົາກໍ່​​​ເຊີນຊວນ​​ຜູ້​ບໍ​ລິ​ຫານ/ການນຳ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ອື່ນໆໃຫ້​ເຂົ້າ​ມາ​ປະ​ກອບ​ສ່ວນ​ຊ່ວຍ ສະໜັບສະໜູນໂຄງ​ການ REAL ຂອງ​ພວກ​ເຮົາ ໃນຂະບວນການ ປະຕິຮູບ​ການ​ສຶກ​ສາ​ຊັ້ນ​ສູງໃນ ສ​ປ​ປ ລາວ.

ໃນຖານະທີ່ເປັນຜູ້ບໍ​ລິ​ຫານ / ຄະ​ນະນໍາຂອງສະຖາບັນການ​ສຶກ​ສາ​ຊັ້ນ​ສູງຂອງລາວ, ພວກ​ເຮົາ​ຢາກ​​ເຊື້ອເຊີນ​​ທ່ານ​​ເຂົ້າ​ ຮ່ວມ​ໃນ​ກອງ​ປະ​ຊຸມເຜີຍແຜ່ ທີ່​ທາງໂຄງ​ການ REAL ຈັດ​ຂຶ້ນເພື່ອ​ເຂົ້າ​ໃຈເພີ່ມ​ຕື່ມກ່ຽວ​ກັບ:

(1​) ສິ່ງ​ທີ່​ໂຄງ​ການ REAL ພວກ​ເຮົາ​ສະ​​ເໜີ​ໃຫ້​,

(2) ຜົນປະໂຫຍດ​ຕ່າງໆ​ທີ່ ນັກ​ສຶກ​ສາ, ນັກວິຊາການຄູ-ອາ​ຈານ ແລະ ສະຖາບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ທ່ານ ຈະໄດ້ຮັບຈາກການນໍາໃຊ້ ຜົນຮັບຈາກທາງ​ໂຄງ​ການ​ພວກ​ເຮົາ,

(3) ຄວາມເປັນໄປໄດ້ຂອງການເຂົ້າຮ່ວມເປັນ​ຜູ້​ສົ່ງເສີມສະ​ໜັບ​ສະ​ໜູນ​​ວົງນອກ​ໃຫ້​ກັບ ໂຄງ​ການ REAL ໃນການປະຕິຮູບ – ຜູ້ບໍ​ລິ​ຫານ / ຄະ​ນະນໍາຂອງສະຖາບັນການ​ສຶກ​ສາ​ຊັ້ນ​ສູງໄດ້ນໍາໃຊ້ວິທີການ​ຂອງ​ໂຄງ​ການ REAL ໃນໂຄງການຫຼັກ​ສູດ ແລະ / ຫຼື ໃນລະດັບສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ (ທີ່​ນອກ​ເໜືອ​ຈາກ​ໂຄງການຫຼັກ​ສູດ ແລະ / ຫຼື ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງທີ່​ຮ່ວມໃນ​ໂຄງ REAL ໂດຍກົງ).

ຖ້າທ່ານເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລສະຫວັນນະເຂດ (ມຂ) ຫຼື ມະຫາວິທະຍາໄລຈຳປາສັກ (ມຈ), ວິທີທາງທີ່ດີທີ່ສຸດທີ່ທ່ານຈະສາມາດເຂົ້າຮ່ວມກິດຈະກໍາຂອງໂຄງການ REAL ແມ່ນໃຫ້ທ່ານຕິດຕໍ່ຜູ້ປະສານງານໂຄງການ REAL ປະຈຳມະຫາວິທະຍາໄລຂອງທ່ານ.

ມຊ

ປອ. ສຸບິນ ສີສະຫວັດ

ມສ

ທ່ານ ຖາວອນ ພັນມະນີວົງ

ມຂ

ທ່ານ ນ. ເພັດສະຫວັນ ສົມສີວິລາ

ມຈ

ທ່ານ ນ. ນົງຄານ ພັນທະນາໄລ

ຖ້າທ່ານສອນໃນສະຖາບັນການສຶກສາຊັ້ນສູງອື່ນໆໃນ ສປປ ລາວ, ຂໍໃຫ້ທ່ານສືບຕໍ່ອ່ານຕໍ່ໄປຕື່ມອີກ.

ຜູ້ສົ່ງເສີມການປະຕິຮູບ ວົງນອກຂອງໂຄງການ REAL

ໂຄງການ REAL, ດ້ວຍການສະໜັບສະໜູນຢ່າງເຕັມທີ່ຈາກກະຊວງສຶກສາທິການ ແລະກິລາ, ຈະມີຄວາມຍິນດີ ແລະ ຊົມເຊີຍຕໍ່ການປະກອບ ສ່ວນພິເສດຂອງບັນດາຄະນະນຳການສຶກສາຊັ້ນສູງຂອງລາວ ທີ່ນຳໃຊ້ ວິທີການຂອງໂຄງການ REAL ໃນໂຄງການຫຼັກສູດ ແລະ/ຫຼື ໃຊ້ໃນລະ ດັບສະຖາບັນທີ່ຢູ່ນອກເໜືອໄປຈາກ ບັນດາໂຄງການຫຼັກສູດ/ສະຖາ ບັນການສຶກສາຊັ້ນສູງທີ່ເຂົ້າຮ່ວມໂຄງການໂດຍກົງ.

ຖ້າທ່ານມີຄວາມສົນໃຈຢາກຮູ້ລາຍລະອຽດເພີ່ມເຕີມ ແລະ ໃນທີ່ສຸດກໍ່ເຂົ້າຮ່ວມເປັນຜູ້ສົ່ງເສີມການປະຕິຮູບ ວົງນອກຂອງໂຄງການ REAL, ກະລຸນາແຈ້ງໃຫ້ພວກເຮົາຮູ້ ຜ່ານແບບຟອມຕິດຕໍ່ທີ່ມີໃນເວັບ ໄຊທ໌ນີ້ ຫຼືຕິດຕໍ່ຜູ້ປະສານງານໂຄງການ REAL ປະຈຳມະຫາວິທະຍາໄລໃດໜຶ່ງ (ເບິ່ງຂ້າງເທິງ).

ງານກິດຈະກຳເຜີຍແຜ່ ໂຄງການ REAL

ຖ້າວ່າທ່ານຍາກຮຽນຮູ້ກ່ຽວກັບໂຄງການຫຼາຍຂື້ນ, ທ່ານສາມາດກວດເບິ່ງໄດ້ຢູ່ຂໍ້ມູນຂອງ ກອງປະຊຸມເຜີຍແຜ່ຂອງໂຄງການ REAL ທີ່ຈະຈັດຂຶ້ນໃນອານາຄົດ, ສາມາດເບີ່ງຢູ່ນີ້ໄດ້.

REAL Erasmus+ project: 101177156