“ການປະຕິຮູບການສຶກສາຊັ້ນສູງ ສປປ ລາວ:

ການປູກຝັງວັດທະນະທໍາການປະກັນຄຸນນະພາບພາຍໃນທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນການຮຽນເປັນຫຼັກ.”

ໂຄງການ REAL ແມ່ນໂຄງ​ການ​ແນວ​ໃດ?

ໂຄງ​ການການປະຕິຮູບການສຶກສາຊັ້ນສູງໃນ ສປປ ລາວ – ຫຼື ໂຄງ​ການ REAL – ແມ່ນໂຄງການໜຶ່ງ ນອນໃນຂົງເຂດທີ 3 ຂອງ ໂຄງການ Erasmus+ ເພື່ອການເສີມສ້າງຂີດຄວາມສາມາດ ຂອງການສຶກສາຊັ້ນສູງ. ໂຄງການ REAL ແມ່ນສົ່ງເສີມ ການປະຕິຮູບໂຄງສ້າງການ​ສຶກ​ສາ​ຊັ້ນ​ສູງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແນວ​ທາງການສຶກສາແບບອີງໃສ່ຜົນການຮຽນ (OBE) ໃຫ້ມີປະສິດທິຜົນ, ສ້າງຍຸດທະສາດ, ກົນໄກ ແລະ ແຫຼ່ງຊັບພະຍາກອນທີ່ຈຳເປັນ ເພື່ອເຮັດໃຫ້ ລະບົບການສຶກສາຊັ້ນສູງຂອງ ສປປ ລາວ ທັນສະໄໝ.

ການ​ປ່ຽນ​ແປງ​ທາງດ້ານ​ໂຄງ​ສ້າງການ​ສຶກ​ສາ​ຊັ້ນ​ສູງ ​ທີ່​ຈຳ​ເປັນ​ຈະ​ສຳ​ເລັດ​ລົງ​ໄດ້​ ແມ່ນ​ອາ​ໃສ​ການ​ປະ​ສານຮ່ວມ​ມື​ກັນ​ຢ່າງ​​ໜຽວ​ແໜ້ນ​ລະ​ຫວ່າງຄະ​ນະ​ນຳ​ຂັ້ນ​ສູງ​ຂອງ​ການ​ສຶກ​ສາ​ຊັ້ນ​ສູງ​​ຂອງ ສ​ປ​ປ ລາວ – ກະ​ຊວງ​ສຶກ​ສາ​ທິ​ການ​ ແລະ​ກິ​ລາ ຮ່ວມ​ກັບ 4 ມະ​ຫາ​ວິ​ທະ​ຍາ​ໄລ (ມ​ະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ (ມຊ), ມ​ະ​ຫາ​ວິ​ທະ​ຍາ​ໄລສຸ​ພາ​ນຸ​ວົງ (ມ​ສ), ມ​ະ​ຫາ​ວິ​ທະ​ຍາ​ໄລຈຳ​ປາ​ສັກ (ມ​ຈ) ແລະ ມ​ະ​ຫາ​ວິ​ທະ​ຍາ​ໄລສະ​ຫວັນ​ນະ​ເຂດ (ມ​ຂ)); ແລະ ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ຈາກຄູ່​ຮ່ວມໂຄງ​ການ​​ທັງ 4 ຈາກ ສະ​ຫະ​ພາບ​ເອີ​ລົບ (EU) ທີ່​ມີ​ປະ​ສົບ​ການ​ສູງ​ໃນ​ການ​ຊຸກ​ຍູ້​ໃຫ້​​ບັນ​ດາສະ​ຖາ​ບັນ ແລະ​ລະ​ບົບ​ການ​ສຶກ​ສາ​ຊັ້ນ​ສູງຂອງ ສ​ປ​ປ ​ລາວ ກ້າວ​ໜ້າ​​ທັນ​ສະ​ໄໝ.

ທີມງານນັກວິຊາການຈະຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້​ຊິດ​ຂອງ​ຄະ​ນະ​ນຳ​ການ​ສຶກ​ສາ​ຊັ້ນ​ສູງ ​ຂັ້ນ​ສູນ​ກາງ (ກະ​ຊວງ​ສຶກ​ສາ​ທິ​ການ​ ແລະ​ກິ​ລາ) ກໍ່​ຄື​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ, ພ້ອມ​ທັງ​ພະ​ຍາ​ຍາມ​ດຶງ​ເອົາຕົວແທນຈາກຕະຫຼາດແຮງງານ, ​ສິດ​ເກົ່າ, ນັກສຶກສາທີ່​ກຳ​ລັງ​ຮຽນ​ຢູ່, ແລະຈາກພາກສ່ວນ ການສຶກສາ ກຽມມະຫາວິທະຍາໄລ ໃຫ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມນຳ. ກອງປະຊຸມເຜີຍແຜ່ຂອງໂຄງການ REAL ໃນ​ແຕ່​ລະ​ຄັ້ງແມ່ນຈະຮັບປະກັນວ່າ ສະຖາບັນການສຶກສາຊັ້ນສູງຂອງ ສ​ປ​ປ ລາວ ທັງໝົດຈະສຸມຈິດໃຈໃສ່ ການປະຕິຮູບການ​ສຶກ​ສາ​ຊັ້ນ​ສູງ ທີ່ໄດ້​ຮັບ​ການສະຫນັບສະໜູນໂດຍ ໂຄງການ REAL ໃຫ້ປະກົດຜົນເປັນຈິງ.

ໂດຍເນັ້ນໃສ່ການປະຕິຮູບຂະແໜງການສຶກສາຊັ້ນສູງຂອງ ສ​ປ​ປ ລາວ ໃຫ້ມີຄວາມທັນສະໄໝ, ຄວາມສອດຄ່ອງ, ມີຄຸນນະພາບ ແລະຂີດຄວາມສາມາດໃນການຕອບສະໜອງໄດ້ ຕາມຄວາມຕ້ອງການທີ່ຈຳເປັນ ເພື່ອຊ່ວຍສົ່ງ​ເສີມການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ ແລະຄວາມຈະເລີນຮຸ່ງເຮືອງ ຂອງ ສ​ປ​ປ ລາວ, ຄູ່ຮ່ວມໂຄງການ REAL ມີຄວາມມຸ້ງໝັ້ນທຸ້ມເທປະຕິບັດໂຄງການດັ່ງກ່າວນີ້ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ຂະແໜງ ການສຶກສາຊັ້ນສູງ ຂອງ ສປປ ລາວ ແລະບັນດາພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ນັກສຶກສາ, ນັກວິຊາການ ແລະ ສະຖາບັນການສຶກສາຊັ້ນສູງ, ອົງການຈັດຕັ້ງ ທີ່ຮັບຜິດຊອບ ການສຶກສາຊັ້ນສູງ ແລະ ສັງຄົມລາວໂດຍລວມ.

ພວກເຮົາຕ້ອງການຈະບັນລຸຈຸດປະສົງຫຍັງແດ່?

ຈຸດປະສົງລວມຂອງໂຄງການ REAL ແມ່ນເພື່ອ: ສົ່ງເສີມການປະຕິຮູບໂຄງສ້າງ ການ​ສຶກ​ສາ​ຊັ້ນ​ສູງ ເພື່ອການຈັດຕັ້ງປະຕິບັດແນວ​ທາງການສຶກສາແບບອີງໃສ່ຜົນການຮຽນໃຫ້ມີປະສິດທິພາບ, ສ້າງຍຸດທະສາດ, ກົນໄກ ແລະຊັບພະຍາກອນທີ່ຈໍາເປັນເພື່ອເຮັດໃຫ້ລະບົບການສຶກສາຊັ້ນສູງ ຂອງ ສ​ປ​ປ ລາວ ມີຄວາມທັນສະໄໝ.

ໂຄງການ REAL ມີ 4 ຈຸດປະສົງສະເພາະ ຄື:

– ສ້າງຍຸດທະສາດທີ່ສາມາດຮັບປະກັນຄວາມສອດຄ່ອງເໝາະສົມ ຂອງຂະແໜງການສຶກສາຊັ້ນສູງ, ເພື່ອໃຫ້ມະຫາວິທະຍາໄລໃນ ສປປ ລາວ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ ທາງດ້ານເສດຖະກິດ-ສັງຄົມຂອງປະເທດ;

– ປະຕິບັດກົນໄກທີ່ສາມາດຮັບປະກັນຄວາມເປັນໄປໄດ້ຂອງໂຄງການ ຫຼັກສູດການສຶກສາຊັ້ນສູງ, ສະໜັບສະໜຸນການປັບປຸງໂຄງສ້າງການ​ສຶກ​ສາ​ຊັ້ນ​ສູງ ແບບຍືນຍົງ ແລະ ສົ່ງເສີມນະວັດຕະກໍາໃນລະບົບການສຶກສາຊັ້ນສູງ ຂອງ ສ​ປ​ປ ລາວ;

– ສົ່ງເສີມພັດທະນາຂີດຄວາມສາມາດນັກວິຊາການ, ຄະນະຮັບຜິດຊອບ ພັດທະນາໂຄງການຫຼັກສູດ ແລະ ມະຫາວິທະຍາໄລ ເພື່ອຮັບປະກັນ ປະສິດທິຜົນຂອງການສິດສອນທີ່ຕ້ອງການເພື່ອປະຕິບັດ ແລະ ຕິດຕາມ ຂະບວນການປະຕິຮູບການສຶກສາຊັ້ນສູງ;

– ສົມທົບກັບອົງການຈັດຕັ້ງທີ່ກ່ຽວຂ້ອງຂັ້ນສູນກາງ ແລະຂັ້ນສະຖາບັນການສຶກສາຊັ້ນສູງ ໃນການກຳນົດ ແລະ ສົ່ງເສີມການຮັບຮອງ ເອົາການຈັດຕັ້ງວຽກງານຮັບປະກັນຄຸນນະພາບພາຍໃນຢ່າງຮອບດ້ານ ເຊິ່ງສາມາດຮັບປະກັນການປ່ຽນແປງທາງ​ດ້ານໂຄງສ້າງການ​ສຶກ​ສາ​ຊັ້ນ​ສູງ ແບບຍືນຍົງ ແລະ ສອດຄ່ອງ.

ຄະນະຈັດຕັ້ງປະຕິບັດໂຄງການ

ໂຄງການ REAL ແມ່ນໂຄງການຮ່ວມມືຈັດຕັ້ງປະຕິບັດໂດຍ: ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລ 4 ແຫ່ງ ຂອງ ສປປ ລາວ ແລະ ສະຖາບັນຄູ່ຮ່ວມໂຄງການຈາກສະຫະພາບເອີຣົບ 4 ແຫ່ງ.

ຄູ່ຮ່ວມໂຄງການຝ່າຍລາວ:
ຄູ່ຮ່ວມໂຄງການຝ່າຍເອີລົບ:

REAL Erasmus+ project: 101177156