ທ່ານເປັນນັກ​ສຶກ​ສາ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາຊັ້ນສູງໃນລາວບໍ?

ກະ​ລຸ​ນາກວດເບິ່ງວ່າໂຄງການ REAL ສາມາດຈະ​ເປັນ​ປະ​ໂຫຍດ​ຕໍ່​ເຈົ້າໄດ້ ແນວໃດ ແລະ ເຈົ້າ​ຈະສາມາດມີສ່ວນຮ່ວມໄດ້ແນວໃດ

ໂຄງການ REAL ຈະ​ໃຫ້​ນັກ​ສຶກ​ສາ​ລາວ​ເຂົ້າ​ມາ​ມີສ່ວນຮ່ວມຢ່າງຈິງຈັງ ໃນຂະບວນການປະຕິຮູບການສຶກສາຊັ້ນສູງ (HE) ໂດຍ​ມີ​ຈຸດ​ປະ​ສົງ ເພື່ອແນໃສ່ເຮັດໃຫ້ HE ໃນ ສ​ປ​ປ ລາວ ມີຄວາມສອດ​ຄ່ອງ​ເໝາະ​ສົມກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ແຮງ​ງານກໍ່​ຄື​ສັງ​ຄົມ ແລະ ມີສະ​ເໜ່ດຶງດູດ, ໂຄງການຫຼັກສູດ ຂອງ HE ໄດ້ຮັບການ ອອກແບບໃຫ້ດີຂຶ້ນ, ໂດຍໃຫ້ ມີຄວາມສົມດຸນ ທາງດ້ານໜ້າວຽກຂອງນັກສຶກສາ, ແລະການສິດສອນ ກໍ່ມີປະສິດທິພາບຫຼາຍຂຶ້ນ.

ໃນຖານະນັກສຶກສາສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງໃນ ສປປ ລາວ, ຂໍເຊີນທ່ານເຂົ້າຮ່ວມໃນ​ການ​ສຳຫຼວດ​ເກັບ​ກຳ​ຂໍ້​ມູນ ແລະ​ກອງ​ປະ​ຊຸມ​ເຜີຍແຜ່ ທີ່​ທາງ​ໂຄງ​ການ REAL ​ຈັດ​ຂຶ້ນ ເພື່ອຮັບ​ປະ​ກັນວ່າ​ສຽງຂອງທ່ານໄດ້​ຖືກຮັບ​ຟັງ ແລະ ຜົນໄດ້ຮັບສຸດທ້າຍຕົງ​ຕາມຄວາມຕ້ອງການຂອງນັກສຶກ​ສາຢ່າງແທ້ຈິງ.

ຖ້າທ່ານ ກຳລັງສຶກ​ສາຢູ່ ມ​ຊ, ມ​ສ, ມ​ຂ ຫຼື ມ​ຈ, ວິທີທີ່ດີທີ່ສຸດທີ່​ທ່ານ​ຈະ​ສາ​ມາດ​ເຂົ້າ​ຮ່ວມກິດຈະກໍາຂອງໂຄງການ REAL ໄດ້​ ໂດຍ​ການຕິດຕໍ່ກັບ ຜູ້ປະສານງານໂຄງ​ການ REAL ປະ​ຈຳມະຫາວິທະຍາໄລຂອງທ່​ານ.

ມຊ

ປອ. ສຸບິນ ສີສະຫວັດ

ມສ

ທ່ານ ຖາວອນ ພັນມະນີວົງ

ມຂ

ທ່ານ ນ. ເພັດສະຫວັນ ສົມສີວິລາ

ມຈ

ທ່ານ ນ. ນົງຄານ ພັນທະນາໄລ

ຖ້າເຈົ້າຮຽນຢູ່ສະຖາບັນການ​ສຶກ​ສາ​ຊັ້ນ​ສູງ​ອື່ນໆ ຂອງ ສ​ປ​ປ ລາວ, ກະລຸນາອ່ານຕໍ່.

ການສຳຫຼວດເກັບກຳຂໍ້ມູນເພື່ອຮູ້ວ່າສັງຄົມລາວຕ້ອງການນັກສຶກສາຈົບຈາກສະຖາບັນການສຶກສາຊັ້ນສູງ ດ້ວຍຄຸນລັກສະນະແນວໃດ

ເດືອນພຶດສະພາ – ມິຖຸນາ 2025 – ໂຄງ​ການ REAL ໄດ້​ເຮັດການ​ສຳຫຼວດ​ເກັບ​ກຳ​ຂໍ້​ມູນ​ກ່ຽວກັບສິ່ງທີ່ນັກສຶກ​ສາ​ຈຳ​ເປັນ​ຕ້ອງຮູ້, ສາມາດ ເຮັດໄດ້, ທັກ​ສະ ​ແລະຄວາມສາມາດໃດແດ່ ທີ່ຈະເຮັດໃຫ້ນັກສຶກ​ສາ ສາມາດຊອກຫາວຽກເຮັດງານທໍາ ຫຼືປະ​ກອບ​ອາ​ຊີບຕົນເອງໄດ້ງ່າຍຂຶ້ນ.

ຖ້າເຈົ້າກຳລັງສຶກ​ສາໃນຫຼັກສູດປະລິນຍາຕີໃດ​ໜຶ່ງຕໍ່ໄປນີ້ໃນສະຖາບັນ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ ສ​ປ​ປ ລາວ:

– ເຕັກ​ໂນ​ໂລ​ຊີ​ອາ​ຫານ​,
– ວິ​ສະ​ວະ​ກໍາ​ໄຟ​ຟ້າ​,
– ສັດ​ຕະ​ວະ​ແພດ​,
– ພາ​ສາ​ອັງ​ກິດ​,
– ວິ​ສະ​ວະ​ກໍາ​ໂຍທາ​ແລະ​ຂົນ​ສົ່ງ​,
– ວິ​ທະ​ຍາ​ສາດ​ສັດ / ການ​ລ້ຽງ​ສັດ​,
– ການ​ພັດ​ທະ​ນາ​ຊົນ​ນະ​ບົດ ​ແລະ​ການ​ຂະ​ຫຍາຍ​ທຸ​ລະ​ກິດ​,
– ການ​ບໍລິຫານຄຸ້ມ​ຄອງ​ທຸ​ລະ​ກິດ​, ຫຼື​
– ການທ່ອງທ່ຽວ ແລະ ການຕ້ອນຮັບ

ແລະຢູ່ປີສຸດທ້າຍຂອງການສຶກສາຂອງທ່ານ, ກະລຸນາຕິດຕໍ່ພວກເຮົາ (ຜ່ານຜູ້ປະສານງານຂອງສະຖາບັນ ຫຼືແບບຟອມຕິດຕໍ່ໃນເວັບໄຊທ໌ນີ້) ເພື່ອເຂົ້າຮ່ວມ ໃນ​ການ​ສຳຫຼວດ​ເກັບ​ກຳ​ຂໍ້​ມູນກ່ຽວກັບຄວາມສອດ​ຄ່ອງ​ເໝາະ​ສົມຂອງໂປຣໄຟລ໌ (ຫຼື ຄຸນ​ລັກ​ສະ​ນະ) ຂອງຜູ້ຈົບການສຶກສາ.

ງານກິດຈະກຳເຜີຍແຜ່ ໂຄງການ REAL

ຕໍ່​ໄປນີ້ແມ່ນບັນ​ດາ​ກອງ​ປະ​ຊຸມເຜີຍແຜ່ຂອງ​ໂຄງ​ການ REAL ທີ່ຈະ​ຈັດໃນອະນາຄົດທີ່ທ່ານສາມາດເຂົ້າຮ່ວມໄດ້

[ເບິ່ງຫນ້ານີ້ / ຕິດຕາມໃນ​ໜ້າ FaceBook ຂອງ​ໂຄງ​ການ REAL ເພື່ອເບິ່ງວັນທີ ແລະລິ້ງເຊື່ອມຕໍ່ເຂົ້າ​ໄປລົງທະບຽນ]

  • ວັນທີ 29 ສິງຫາ 2025 – ກອງປະຊຸມເປີດກວ້າງ ຄັ້ງທີ 2 (ທີ່ ນະຄອນຫຼວງວຽງຈັນ)
  • ວັນທີ 11 ທັນວາ 2025 – ກອງປະຊຸມເປີດກວ້າງ ຄັ້ງທີ 3 (ທີ່ ນະຄອນຈຳປາສັກ)
  • ເດືອນມີນາ 2026 – ກອງປະຊຸມອອນໄລນ໌ ໂຄງການ REAL ກ່ຽວກັບຄຸນລັກສະນະ ຫຼື ໂປຣໄຟລ໌ (profile) ຂອງນັກສຶກສາທີ່ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມລາວ + ກອງປະຊຸມໂຄງການ REAL ເພື່ອເຜີຍແຜ່ຜົນການສຳຫຼວດທີ່ໄດ້ຈາກການລົງເກັບກຳຂໍ້ມູນໃນ ມຊ, ມສ, ມຈ ແລະ ມຂ
  • ເດືອນເມສາ 2026 – ກອງປະຊຸມເປີດກວ້າງ ຄັ້ງທີ 4 (ທີ່ ນະຄອນຫຼວງວຽງຈັນ)
  • ເດືອນພຶດສະພາ – ເດືອນມິຖຸນາ 2026 – ການສໍາມະນາທາງວິຊາການໃນຫົວຂໍ້ “ການນໍາໃຊ້ຜົນການຮຽນ ເພື່ອຮັບປະກັນຄວາມເປັນໄປໄດ້” ທີ່ ມຊ, ມສ, ມຈ ແລະ ມຂ
  • ເດືອນສິງຫາ 2026 – ກອງປະຊຸມເປີດກວ້າງ ຄັ້ງທີ 5 (ທີ່ ນະຄອນຫຼວງວຽງຈັນ)
  • ເດືອນພະຈິກ 2026 – ກອງ​ປະ​ຊຸມ​ວ່າ​ດ້ວຍ “ການເຊື່ອມໂຍງຜົນການຮຽນກັບພາ​ລະໜ້າວຽກຂອງການຮຽນທັງໝົດ ຂອງນັກສຶກ​ສາເປັນອົງປະກອບ ຫຼັກສຳ​ຄັນ​ໃນ​ການ​ປະ​ກັນ​ຄຸ​ນະ​ພາບ​ພາຍ​ໃນ” ຈັດ​ຂຶ້ນຢູ່ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ
  • ເດືອນທັນ​ວາ 2026 – ກອງປະຊຸມເປີດກວ້າງ ຄັ້ງທີ 6 (ທີ່ ມຂ, ​ສະ​ຫວັນ​ນະ​ເຂດ)
  • ເດືອນກຸມພາ/ມີນາ 2027 – ກອງປະຊຸມອອນໄລນ໌ຂອງ​ໂຄງ​ການ REAL ກ່ຽວກັບມາດຕະການດຶງດູດນັກສຶກ​ສາເຂົ້າຮຽນ ​ໃນສະ​ຖາ​ບັນ​ການ​ສຶກ​ສາຊັ້ນສູງ + ກອງ​ປະ​ຊຸມເພື່ອນຳ​ສະ​ເໜີ ແລະແບ່ງປັນຊັບພະຍາກອນຕ່າງໆ ທີ່ຜະລິດຢູ່ ​ມ​ຊ, ມ​ສ, ມ​ຈ ແລະ ມ​ຂ
  • ເດືອນເມ​ສາ 2027 – ກອງປະຊຸມເປີດກວ້າງ ຄັ້ງທີ 7 (ທີ່ ນະຄອນຫຼວງວຽງຈັນ)
  • ພຶດສະພາ – ມິຖຸນາ 2027 – ກອງປະຊຸມສຳ​ມະ​ນາ​ທາງວິ​ຊາ​ການ​ວ່າ​ດ້ວຍ “ການຄາດຄະເນໜ້າວຽກຂອງການຮຽນທັງໝົດຂອງນັກສຶກສາ ​ເປັນ​ພາກ​ສ່ວນພື້ນ​ຖານ​ສຳ​ຄັນ​ສຳ​ລັບການຈັດຕັ້ງປະຕິບັດ OBE” ຢູ່ ໃນ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ.
  • ເດືອນຕຸ​ລາ 2027 – ກອງປະຊຸມເປີດກວ້າງ ຄັ້ງທີ 8 (ທີ່ ນະຄອນຫຼວງວຽງຈັນ)
  • ເດືອນກຸມພາ – ມີນາ 2028 – ກອງປະຊຸມອອນໄລນ໌ໂຄງ​ການ REAL ວ່າ​ດ້ວຍ “ກົນ​ລະຍຸດທະສາດໃນການດຶງດູດ​ພາກສ່ວນກ່ຽວຂ້ອງຕ່າງໆ ໃຫ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມໃນການປັບປຸງຄວາມສອດ​ຄ່ອງເໝາະ​ສົມ ແລະຮັບປະກັນ ມູນຄ່າເພີ່ມຂອງການສຶກສາຊັ້ນ​ສູງໃນ ສ​ປ​ປ ລາວ + ແຜນ​ກອງ​ປະ​ຊຸມໂຄງ​ການ REAL ເພື່ອປຶກສາຫາລືແລ​ກ​ປ່ຽນ​ກ່ຽວ​ກັບ​ກົນ​ລະ​ຍຸດທີ່​ມີປະສິດທິຜົນພາບ ຢູ່ໃນ ມ​ຊ, ມ​ສ, ມ​ຈ ແລະ ມ​ຂ.
  • ເດືອນເມສາ 2028 – ກອງປະຊຸມເປີດກວ້າງ ຄັ້ງທີ 9 (ທີ່ ຫຼວງພະ​ບາງ)
  • ເດືອນຕຸລາ 2028 – ກອງ​ປະ​ຊຸມເຜີຍແຜ່​ລະ​ດັບ​ຊາດ ​ຂອງໂຄງ​ການ REAL (ທີ່ ນະ​ຄອນຫຼວງວຽງຈັນ)

REAL Erasmus+ project: 101177156