ຂ່າວ​ສານ

ກອງປະຊຸມເປີດກວ້າງ ຄັ້ງທີ 1, ວັນທີ 3 ເມສາ 2025 ທີ່ ນະຄອນຫຼວງວຽງຈັນ

ໃນວັນທີ 3 ເມສາ 2025, ພາຍຫຼັງກອງປະຊຸມໃຫຍ່ຂອງໂຄງການ REAL ຄັ້ງປະ​ຖົມ​ມະ​ເລີກສິ້ນສຸດລົງ, ໂຄງການ REAL ກໍ່ໄດ້ຈັດກອງປະຊຸມເປີດກວ້າງຄັ້ງທີ 1 ຂຶ້ນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມຄັ້ງນີ້​ເປັນຄັ້ງທຳອິດ ທີ່ໄດ້ມີການນຳສະເໜີ​ໂຄງການ REAL ​ໃຫ້​ບັນດາ​ແຂກສຳຄັນ​ຈາກ​ພາກ​ສ່ວນ​ພາຍນອກຕ່າງໆ ທີ່ນອກ​ເໜືອ​ຈາກ​ຄະ​ນະ​ທີມ​ງານ​ຈັດ​ຕັ້ງປະຕິບັດໂຄງ REAL, ຄືດັ່ງຕໍ່ໄປນີ້: ແຂກຜູ້ຕາງໜ້າ​ມະຫາວິທະຍາ​ໄລວິທະຍາສາດສຸຂະພາບ ເຊິ່ງເປັນມະຫາວິທະຍາໄລ​ແຫ່ງ​ທີ 5 ຂອງ ສປປ​ລາວ – UHS, ​ແລະ ຜູ້ຕາງໜ້າ​ຂອງ​ຕະຫຼາດ​ແຮງ​ງານ ເຊັ່ນ: ສະ​ມາ​ຄົມ​ການ​ທ່ອງ​ທ່ຽວແຫ່ງ ສ​ປ​ປ ລາວ, ກຸ່ມ​ບໍ​ລິ​ສັດ​ອິນ​ທິ​ຣາ, ບໍ​ລິ​ສັດ108Jobs, ບໍ​ລິ​ສັດ​ສິດ​ທິ​ໂລ​ຈິດ​ສະ​ຕິກ ແລະ​ບໍ​ລິ​ສັດ L-JATS. ເຊິ່ງໃນເວທີນີ້ ບັນດາຕົວແທນທີມງານຄູ່ຮ່ວມໂຄງການຈາກ 4 ມະຫາວິທະຍາໄລ – ທ່ານ ປອ. ນ. ລົດຈະນາ ໄຕໄຊຍະວົງ (ມຈ), ອຈ.ປອ. ນ. ລັດຊະນີພອນ ສຸລິຍະວົງ (ມຊ), ທ່ານ ຖາວອນ ພັນມະນີວົງ (ມສ), ແລະ ທ່ານ ນ. ຄອນສະຫວັນ ນໍລະສານ (ມຂ) – ແລະທີມງານໂຄງການ REAL ກະຊວງສຶກສາທິການ ແລະ ກິລາ: ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ); ທ່ານ ອ​ຈ. ທອງ​ສຸກ ແກ້ວ​ມະ​ນີ, ຮອງ​ອະ​ທິ​ການ ມ​ຊ; ທ່ານ ປອ. ສົມໃຈ ໄພຍະວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກບົວວົງ, ອະທິການບໍດີ ມຂ, ແລະ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະທິການບໍດີ ມຈ; ແລະ ທ່ານ ນ. ສາຍ​ມະ​ໂນ ຊາ​ນຸ​ບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ (EU) ປະ​ຈຳ​ ສ​ປ​ປ ລາວ – ໃນວາ​ລະ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນໄດ້ມີ​ການນຳສະເໜີກ່ຽວກັບເນື້ອໃນລາຍລະອຽດຕ່າງໆ ຂອງໂຄງການ REAL ໃຫ້ບັນດາແຂກ ທີ່ເຂົ້າຮ່ວມໄດ້ຮັບຟັງ; ແລະຫຼັງຈາກນັ້ນບັນດາອົງປະຊຸມທັງໝົດກໍ່ໄດ້ມີ ການສົນທະນາແລກປ່ຽນ ຄຳຄິດເຫັນນຳກັນ ຢ່າງຫ້າວຫັນ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ປະ​ຖົມ​ມະ​ເລີກ - ນະ​ຄອນຫຼວງວຽງ​ຈັນ, 31 ມີ​ນາ - 2 ເມ​ສາ 2025

ຄະນະຈັດຕັ້ງປະຕິບັດໂຄງການ REAL 17 ທີມ, ພ້ອມຜູ້ຊ່ຽວຊານຄູ່ ຮ່ວມໂຄງການຈາກສະຫະພາບເອີຣົບ, ໄດ້ຈັດກອງປະຊຸມເຮັດວຽກ ຮ່ວມກັນເປັນເວລາ 3 ວັນ ແຕ່ວັນທີ 31 ມີນາ – 2 ເມສາ 2025; ໂດຍການເປັນເຈົ້າພາບຂອງ ມະຫາວິທະຍາໄລ ແຫ່ງຊາດ, ກອງປະຊຸມ ໃຫຍ່ຄັ້ງປະຖົມມະເລີກຂອງໂຄງການ REAL ນີ້ແມ່ນ ສຸມໃສ່:

(1) ການ​ກະ​ກຽມ​ວຽກຂອງສາຍງານທີ 1 – ການເກັບກຳຂໍ້ມູນກ່ຽວ​ກັບ ໂປຣຟາຍລ (profiles ຫຼື ຄຸນລັກສະນະ) ທີ່ຕ້ອງມີສຳລັບນັກສຶກສາ ທີ່ຈະຈົບ​ການ​ສຶກ​ສາ​,
(2) ວາ​ລະ​ທຳ​ອິດ​ຂອງສາຍ​ງານ​ທີ 2 ​ວ່າ​ດ້ວຍ​ການ​ສ້າງ​ຂີດ​ຄວາມ​ສາ​ມາດ, ໂດຍ​ໃຊ້ “ຜົນການຮຽນ: ຍ້ອນຫຍັງ ແລະເພື່ອຫຍັງ?” ຜົນການ​ຮຽນເປັນອົງປະກອບສໍາຄັນ ແລະ ຈຳ​ເປັນ ຂອງ​ວຽກ​ງານປະກັນ ຄຸນນະພາບພາຍໃນ ສໍາລັບການຈັດຕັ້ງປະຕິບັດ OBE ໃຫ້ມີປະສິດທິ​ພາບ, ແລະ​
(3) ສາຍ​ງານທີ 3 ຫົວຂໍ້ທີ 1: “ເຮັດແນວໃດໃຫ້ນັກສຶກ​ສາມີສ່ວນຮ່ວມ ໃນການຮຽນ ແລະຈະຊ່ວຍເຂົາເຈົ້າໃຫ້​ສາ​ມາດຮັບມືກັບຄວາມລົ້ມເຫຼວໃນການຮຽນ ກໍ່ຄືໃນຊີວິດຈິງ​ໄດ້​ແນ​ວ​ໃດ?” (ນຳສະເໜີຜົນໄດ້ຮັບຈາກການສອບ​ຖາມ​ນັກ​ສຶກ​ສາ (ASK Students) ແລະສົນທະນາແລກປ່ຽນກ່ຽວ​ກັບ​ຜົນ​ທີ່ໄດ້ສະເໜີໄປນັ້ນ, ຮຽນຮູ້ຈາກສິ່ງທີ່​ພົບ​ຈາກການຄົ້ນຄວ້າວິທະຍາສາດ, ແລະວາງແຜນສໍາລັບບາດ​ກ້າວຕໍ່ໄປ, ເຊິ່ງລວມເຖິງ ການທົດລອງວິທີການໃ​ໝ່ ເພື່ອໃຫ້​ນັກ​ສຶກ​ສາມີສ່ວນຮ່ວມໃນການ ຮຽນຮູ້ທີ່ດີກວ່າ).

ບັນດາແຂກທີ່ເປັນ​ກຽດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ໂຄງ​ການ REAL ຄັ້ງປະຖົມມະເລີກໃນຄັ້ງນີ້ ແມ່ນ​ມີ ຜູ້ຕາງໜ້າ​ໂຄງ​ການ REAL ຈາກກະ​ຊວງ​ສຶກ​ສາ ແລະ​ກິ​ລາ (MOES) ດັ່ງ​ລາຍ​ລະ​ອຽດ​ຕໍ່​ໄປ​ນີ້:

– ​ທ່ານ ປອ. ອຳ​ມະ​ນີ ນໍ​ລິນ, ຮອງຫົວ​ໜ້າ​ກົມການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ); 
– ທ່ານ ປອ. ປັນຍາ ຈັນທະວົງ, ຮັກສາການຫົວໜ້າກົມ ປະກັນຄຸນນະພາບການສຶກສາ (ປ​ຄ​ສ) ສ​ສກ;
– ທ່ານ ນາງ ນິລິນທອນ ສັກລໍຄຳ, ຫົວໜ້າພະແນກວິຊາການ; ກົມ​ການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ);
– ນາງ ໂມນິກາ ທິບພະລັງສີ, ຮອງຫົວໜ້າພະແນກ ຄຸ້ມຄອງວຸດທິການສຶກສາ, (ປ​ຄ​ສ) ສ​ສກ;
– ທ່ານ ພຸດທະສອນ ພົມມະລາດ, ຫົວໜ້າພະ​ແນກກວດກາ, ຕິດຕາມ ແລະ ປະເມີນຜົນ;
– ທ່ານ ປອ. ວຽງ​ດາ​ວົງ ຫຼວງ​ສິດ​ທິ​ເດດ, ພະແນກວິຊາການ, ກົມ​ການ​ສຶກ​ສາ​ຊັ້ນ​ສູງ ສ​ສກ & ຜູ້​ປະ​ສານ​ງານ​ Erasmus+ ຂັ້ນ​ສູນ​ກາງ​ປະ​ຈຳ ສປປ ລາວ;
– ທ່ານ ຄຳຫຼ້າ ວໍ​ລະ​ດີ, ພະແນກວິຊາການ, ກົມ​ການ​ສຶກ​ສາ​ຊັ້ນ​ສູງ ສ​ສກ;

ພ້ອມນີ້ກໍ່​ຍັງ​ມີ​ບັນ​ດາ​ຄະ​ນະ​ນຳ​ຂັ້ນສູງຂອງ 4 ມະຫາວິທະຍາໄລ (ມ​ຊ, ມ​ສ, ມ​ຈ ແລະ ມ​ຂ) ເຂົ້າ​ຮ່ວມ (ເບິ່ງລາຍ​ລະ​ອຽດຂ້າງລຸ່ມ) –  ຊຶ່ງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ບັນ​ດາ​ແຂກ​ແມ່ນ​ໄດ້​ເຂົ້າ​ຮ່ວມ​ໃນ​ບັນ​ດາ​ວະ​ລະ​ຕ່າງໆຂອງກອງປະຊຸມ ແລະ​ພ້ອມນີ້ກໍ່​ໄດ້ຮ່ວມປິດກອງ​ປະ​ຊຸມ​ກັບທີມງານໂຄງການ REAL ເພື່ອຮັບຟັງບົດ​ລາຍ​ງານຄວາມຄືບ ໜ້າຜົນ​ສຳ​ເລັດຂອງການ​ຈັດ​ຕັ້ງປະຕິບັດ​ວຽກ​ໂຄງ​ການ ໃນ​ ສາມ (3) ສາຍງານຫຼັກ ຄື: ການຮັບປະກັນຄວາມ​ສອດ​ຄ່ອງ​ເໝາະ​ສົມຂອງຫຼັກ​ສູດໃນສະຖາບັນການສຶກສາຊັ້ນສູງຕ່າງໆ (ສາຍງານທີ 1), ຮັບ​ປະ​ກັນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການຫຼັກ​ສູດ​ຂອງ​ການ​ສຶກ​ສາ​ຊັ້ນ​ສູງ (ສາຍ​ງານທີ 2) ແລະການຮັບປະກັນປະສິດທິພາບ ຂອງການສິດສອນ (ສາຍງານທີ 3).

​​ກອງ​ປະຊຸມ​ໃຫຍ່​ໂຄງ​ການ REAL ​ຄັ້ງປະຖົມມະເລີກນີ້ ເປັນ​ກຽດຮ່ວມ​ເປີດໂດຍ ​ທ່ານ ​ສາດ​ສະ​ດາ​ຈານ ປອ. ເດຊານຸລາດ ແສນດວງເດດ, ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ແລະ​ທ່ານ ຮອງ​ສາດ​ສະ​ດາ​ຈານ ປອ. ລາ​ວັນ ວົງ​ຄຳ​ສານ, ຫົວໜ້າກົມ ການສຶກສາຊັ້ນສູງ, ສ​ສກ; ແລະ​ໃນ​ມື້​​ປິດ​ກອງ​ປະຊຸມດັ່ງ​ກ່າວ ແມ່ນ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ອ​ຈ. ທອງ​ສຸກ ແກ້ວ​ມະ​ນີ, ຮອງ​ອະ​ທິ​ການ ມ​ຊ; ທ່ານ ປອ. ສົມ​ໃຈ ໄພ​ຍະ​ວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກ​ບົວ​ວົງ, ອະ​ທິ​ການ​ບໍ​ດີ ມ​ຂ; ທ່ານ ຮ​ສ. ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະ​ທິ​ການ​ບໍ​ດີ ມ​ຈ; ແລະ ​ທ່ານ ປອ. ອຳ​ມະ​ນີ ນໍ​ລິນ, ຮອງຫົວ​ໜ້າ​ກົມການ​ສຶກ​ສາ​ຊັ້ນ​ສູງ (ສ​ສກ). ທ່ານ ນາງ ໄຊມະໂນ ຊາ​ນຸ​ບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ ປະຈຳ ສປປ ລາວ; ​​ຜູ້​ປະ​ສານ​ງານ​ໂຄງ​ການ REAL ຂອງ​ 4 ມະ​ຫາ​ວິ​ທະ​ຍາ​ໄລ​: ທ່ານ ປອ. ສຸບິນ ສີສະຫວັດ, ຜູ້ປະສານງານໂຄງ​ການ REAL ມ​ຊ, ທ່ານ ຖາວອນ ປັນມະນີວົງ, ຜູ້ປະສານງານໂຄງ​ການ REAL ມສ, ທ່ານ ນາງ ເພັດສະຫວັນ ສົມສີວິໄລ, ຜູ້ປະສານງານໂຄງ​ການ REAL ມຂ) ແລະ ທ່ານ ນາງ ນົງ​ຄານ ພັນທະນາໄລ, ຜູ້ປະສານງານໂຄງ​ການ REAL ມຈ; ແລະ ສະມາຊິກທີມງານໂຄງ​ການ REAL ຮັບ​ຜິດ​ຊອບເຜີຍແຜ່ ຈາກທັງ 4 ມະຫາວິທະຍາໄລ ຄູ່ຮ່ວມໂຄງການຂອງ ສປປ ລາວ ກໍ່ໄດ້ປະກອບສ່ວນເຮັດ​ໃຫ້ກອງ​ປະ​ຊຸມ​ໃຫ​ຍ່ຄັ້ງ​ປະ​ຖົມ​ມະ​ເລີກຄັ້ງນີ້​ຈົບ​ລົງ​ດ້ວຍ​ຜົນ​ສຳເລັດ​ຢ່າງ​ສະ​ຫງ່າ​ງາມ.

ເດືອນກຸມພາ 2025 - ກອງປະຊຸມພິທີເປີດໂຄງການ REAL ຢ່າງເປັນທາງການ

ໃນເດືອນກຸມພາ 2025, ທີມງານຈັດຕັ້ງປະຕິບັດໂຄງການທັງໝົດໄດ້ຮັບການສ້າງຕັ້ງຂຶ້ນ ລວມມີ: ທີມໂຄງການ REAL ຂັ້ນຄະນະວິຊາ 17 ທີມ (ມຊ: 5 ທີມ, ມສ: 4 ທີມ, ມຂ: 4 ທີມ ແລະມຈ: 4 ທີມ), ໜ່ວຍງານຮັບຜິດຊອບໂຄງການ ຂັ້ນສະຖາບັນໃນ 4 ມະຫາວິທະຍາໄລ, ຄະນະຮັບຜິດຊອບໂຄງການ REAL ຂັ້ນສູນກາງ ປະກອບມີ: ກະຊວງສຶກສາທິການ ແລະກິລາ, ຄະນະກຳມະການບໍລິຫານ ໂຄງການ REAL ແລະທີມງານເຜີຍແຜ່ໂຄງການ REAL.

ກອງ​ປະ​ຊຸມອອນລາຍ ໃນ​ວັນ​ທີ 11, 12, 19 ແລະ 20 ກຸມ​ພາ 2025; ເຊິ່ງ​ໄດ້​ມີ​ການ​ເປີດໂຄງການ REAL​ ຢ່າງເປັນທາງການ, ດັ່ງລາຍລະອຽດຂ້າງລຸ່ມນີ້​:

1​) ການ​ນໍາ​ສະ​ເໜີພາບລວມຂອງ​ໂຄງ​ການ​ REAL​,
2) ວຽກງານຄຸ້ມຄອງການເງິນ ແລະ ບໍລິຫານໂຄງການ REAL,
3) ໜ້າວຽກວິຊາການທຳ​ອິດຂອງໂຄງການ – ການ​ຖາມ-ຕອບ: ສິ່ງ​ທີ່​ແຕ່ລະ​ທີມງານ​ໂຄງການ REAL ​ຕ້ອງໄດ້​ເຮັດ​ກ່ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 1, ​ແລະ
4) ກອງປະຊຸມທີມງານເຜີຍແຜ່ຄັ້ງທໍາອິດ

ໃນກອງປະຊຸມຄັ້ງນີ້ ມີແຂກຜູ້ຕາງໜ້າທັງໝົດ 107 ທ່ານຈາກສະຖາບັນຄູ່ຮ່ວມໂຄງການເຂົ້າຮ່ວມ – ເຊິ່ງເປັນນິມິດໝາຍອັນດີຂອງການເລີ່ມຕົ້ນອອກເດີນທາງເປັນເວລາ 4 ປີ ຂອງໂຄງການ REAL ພວກເຮົາ!

REAL Erasmus+ project: 101177156