EN
ພາສາລາວ
Menu
ໜ້າຫຼັກ
ກ່ຽວກັບໂຄງການ
ກິດຈະກຳ/ງານອີເວັ້ນ
ເຂົ້າຮ່ວມນຳພວກເຮົາ
ຜົນງານຜ່ານມາຂອງພວກເຮົາ
ຊັບພະຍາກອນຕ່າງໆ
ຂ່າວສານ
ຕິດຕໍ່ພວກເຮົາ
ຜົນທີ່ຕ້ອງການເປັນຮູບປະທຳ (key deliverables) ແລະ ຜົນຮັບ (outcomes)
ເອກະສານ “
ຄຸນລັກສະນະ (ໂປຣໄຟລ (profile)) ຂອງນັກສຶກສາຜູ້ທີ່ຈະຈົບທີ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ
” ລາຍງານຜົນ ການສຳຫຼວດຄວາມຄິດເຫັນຈາກພາກສ່ວນກ່ຽວຂ້ອງຕ່າງໆ ກ່ຽວກັບປັດໄຈສຳຄັນທີ່ຈະເຮັດໃຫ້ ໂປຣໄຟລນັກສຶກສາທີ່ຈະຈົບການສຶກສາມີຄວາມສອດຄ່ອງເໝາະສົມ
“
ມາດຕະການດຶງດູດນັກສຶກສາເຂົ້າມາສຶກສາໃນສະຖາບັນການສຶກສາຊັ້ນສູງ
” ເປັນເອກະສານຄູ່ມືແນະນຳພ້ອມໃຊ້ ທີ່ຈະຊ່ວຍສະໜັບສະໜູນບັນດາໜ່ວຍງານຂອງສະຖາບັນການສຶກສາຊັ້ນສູງ ທີ່ຮັບຜິດຊອບຈັດຫານັກສຶກສາໃໝ່ ໃນໜ້າວຽກໃຫ້ຄວາມກະຈ່າງແຈ້ງແກ່ຜູ້ຈະເປັນນັກສຶກສາໃໝ່ໃນອານາຄົດ ແລະ ຄອບຄົວຂອງເຂົາເຈົ້າເຫັນໄດ້ເຖິງສະເໜດຶງດູດໃຈຂອງການສຶກສາຊັ້ນສູງຂອງລາວ, ແລະ ໃນອີກດ້ານໜຶ່ງ ກໍ່ຍັງຊ່ວຍໃຫ້ສະຖາບັນການສຶກສາຊັ້ນສູງ ແລະ ນັກສຶກສາທີ່ຈົບການສຶກສາອອກໄປ ເຫັນໄດ້ຄຸນຄ່າເພີ່ມຂອງການສຶກສາຊັ້ນສູງ ແລະ ສາມາດອະທິບາຍໃຫ້ນາຍຈ້າງຊາບໄດ້ວ່າມີອັນໃດແດ່.
ເອກະສານ “
ຍຸດທະສາດໃນການດຶງດູດບັນດາພາກສ່ວນ
ທີ່ກ່ຽວຂ້ອງຕ່າງໆ ເຂົ້າມາຮ່ວມກັນປັບປຸງຄວາມສອດຄ່ອງ ເໝາະສົມຂອງຫຼັກສູດ ແລະ ຮັບປະກັນ ມູນຄ່າເພີ່ມຂອງການສຶກສາຊັ້ນສູງໃນ ສປປ ລາວ
” ໃນເອກະສານນີ້ແມ່ນຈະໄດ້ນຳເອົາບົດຮຽນ ທີ່ຖອດຖອນໄດ້ ກ່ຽວກັບວິທີການທີ່ ສະຖາບັນການສຶກສາຊັ້ນສູງຂອງ ລາວສາມາດ ເຊີນຊວນພາກສ່ວນ
ທີ່ກ່ຽວຂ້ອງຕ່າງໆ ເຂົ້າມາມີສ່ວນຮ່ວມ ໃນການຮັບປະກັນ ຄວາມສອດຄ່ອງເໝາະສົມຂອງຫຼັກສູດການສຶກສາຊັ້ນສູງພາຍໃນ ສປປລາວ ເພື່ອດຶງດູດຜູ້ຮຽນເຂົ້າມາສຶກສາຫຼາຍຂຶ້ນ ແລະ ສ້າງໃຫ້ພວກເຂົາເຈົ້າມີຄວາມພ້ອມສໍາລັບການຈ້າງງານ (ຫຼືເຮັດທຸລະກິດຂອງຕົນເອງ).
“
ແນວທາງ
ການດຶງດູດພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຂົ້າມາມີສ່ວນຮ່ວມ ໃນການປັບປຸງຄວາມສອດຄ່ອງເໝາະສົມຂອງຫຼັກສູດ ແລະ ຮັບປະກັນ ມູນຄ່າເພີ່ມຂອງການສຶກສາຊັ້ນສູງໃນ ສປປລາວ”
ຕົວຊີ້ບອກເຖິງວິທີການລະບຸຮູບແບບການປະຕິບັດທີ່ດີທີ່ສຸດໃນຂອບໂຄງການ ທີ່ສາມາດຖອດຖອນໄດ້ ແລະບັນຈຸເປັນພາກໜຶ່ງໃນບົດລາຍງານການຮັບປະກັນຄຸນນະພາບພາຍໃນ (IQA) ແລະບົດລາຍງານການປະຕິບັດແນວທາງການສຶກສາໂດຍອີງໃສ່ຜົນໄດ້ຮັບ (OBE).
ເອກະສານ “
ການສ້າງແຜນທີ່ແບ່ງຄວາມຮັບຜິດຊອບຕໍ່ມາດຖານຜົນການຮຽນຮູ້ຈາກຫຼັກສູດສູ່ລາຍວິຊາ (
curriculum mapping)
ໂດຍອີງໃສ່ຜົນການຮຽນຮູ້ (
LOs)
”, ເອກະສານດັ່ງກ່າວນີ້ແບ່ງປັນຕົວຢ່າງ ການແບ່ງຄວາມຮັບຜິດຊອບຕໍ່ຜົນການຮຽນຈາກໂຄງການຫຼັກສູດລວມສູ່ບັນດາລາຍວິຊາ, ໂດຍມີຄໍາປະກອບຄວາມຄິດເຫັນກ່ຽວກັບຄວາມເປັນໄປໄດ້ຂອງໂຄງການຫຼັກສູດ ແລະຄໍາແນະນໍາໃນການຈັດຕັ້ງປະຕິບັດ OBE ແລະ ແນະນໍາກົນໄກ IQA ທີ່ໜ້າເຊື່ອຖື ເຊິ່ງເຊື່ອມຕໍ່ກັບການນໍາໃຊ້ LOs ເປັນເຄື່ອງມືສໍາຄັນໃນການວາງແຜນການຮຽນຮູ້ ໃນຂັ້ນຕໍ່ໄປ.
ເອກະສານການສອນສໍາລັບພະນັກງານຄູອາຈານ ວ່າດ້ວຍ “
ຜົນການຮຽນຮູ້ແມ່ນເຄື່ອງມືສໍາຄັນໃນການຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນຮັບ ແລະການຮັບປະກັນຄຸນນະພາບພາຍໃນ
.”
ເອກະສານວ່າດ້ວຍ
“ຍຸດທະສາດ ແລະ ຂັ້ນຕອນການປະເມີນພາລະວຽກການຮຽນທັງໝົດຂອງນັກສຶກສາ ເພື່ອສະໜັບສະໜູນການໂອນໜ່ວຍກິດ”
ເປັນເອກະສານຝຶກອົບຮົມສຳລັບນັກວິຊາການ, ຄູອາຈານ ແລະບຸກຄະລາກອນການສຶກສາຊັ້ນສູງອື່ນໆໃນ ສປປລາວ, ກ່ຽວກັບປະລິມານພາລະວຽກການຮຽນຂອງນັກສຶກສາວ່າມີຫຍັງແດ່, ເຫດຜົນສຳຄັນທີ່ຕ້ອງໄດ້ມີການຕິດຕາມ ແລະ ປະເມີນພາລະວຽກການຮຽນນັກສຶກສາ, ແລະວິທີການໃນການຕິດຕາມ ແລະ ປະເມີນ ແມ່ນເຮັດແນວໃດ?
“ແນວທາງ
ການວາງແຜນການໂອນໜ່ວຍກິດ”
ແນວທາງເພື່ອຊ່ວຍສະໜັບສະໜູນວຽກງານ ຂອງສະຖາບັນການສຶກສາຊັ້ນສູງ ແລະ ໂຄງການຫຼັກສູດການສຶກສາຊັ້ນສູງໃນ ສປປ ລາວ ໃນການນຳເອົາຜົນການຮຽນ (LOs) ເຂົ້າໃຊ້ໃນລະດັບໂຄງການຫຼັກສູດ ແລະ ໃນລະດັບລາຍວິຊາຂອງຫຼັກສູດ, ແລະພ້ອມນີ້ກໍ່ສ້າງວັດທະນະທໍາການວັດແທກ ພາລະໜ້າວຽກຂອງການຮຽນທັງໝົດຂອງນັກສຶກສາ, ເພື່ອຕໍ່ໄປຈະໃຫ້ສາມາດໂອນໜ່ວຍກິດລະຫວ່າງສະຖາບັນການສຶກສາຊັ້ນສູງຂອງ ສປປ ລາວ ໄດ້ (ບໍ່ວ່າຈະເປັນລະດັບຊາດ ກໍ່ຄືໃນລະດັບສາກົນ)
“
ເອກະສານຝຶກອົບຮົມສໍາລັບນັກວິຊາການ ຄູອາຈານ ເພື່ອຈັດຕັ້ງປະຕິບັດ ແນວທາງການສຶກສາແບບອີງໃສ່ຜົນການຮຽນ (
OBE)
ແລະການຮັບປະກັນຄຸນນະພາບພາຍໃນ (
IQA)”
ສາມາດນໍາໃຊ້ໃນການຝຶກອົບຮົມ ເພື່ອກະກຽມນັກວິຊາການ ຄູອາຈານ ໃຫ້ສາມາດຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນການຮຽນ (OBE) ແລະການປະກັນຄຸນນະພາບພາຍໃນ (IQA) ໃຫ້ປະສົບຜົນສໍາເລັດໄດ້.
ເອກະສານຊຸດ “
ຜົນການຮຽນເພື່ອການພັດທະນາຢ່າງຕໍ່ເນື່ອງໃນວິຊາຊີບ (
CPD)
ເພື່ອກາຍເປັນຄູອາຈານສະຖາບັນການສຶກສາຊັ້ນສູງ (
HE) ທີ່
ພ້ອມຈະຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນການຮຽນ
(OBE)”
ເພື່ອສະໜັບ ສະໜູນການປະເມີນຕົນເອງຂອງຄູອາຈານມະຫາວິທະຍາໄລ, ແນະນຳກິດຈະກຳ CPD ແລະ ແຈ້ງໃຫ້ໜ່ວຍງານຂອງສະຖາບັນການສຶກສາຊັ້ນສູງຂອງ ສປປ ລາວ ທີ່ຮັບຜິດຊອບໃນການຮັບຮອງປະສິດທິພາບການສິດສອນ, ລວມເຖິງຜູ້ຮັບຜິດຊອບ IQA ພາຍໃນໂຄງການ ແລະສະຖາບັນການສຶກສາຊັ້ນສູງຕ່າງໆ (HEIs) ໄດ້ຮັບຮູ້.
“ມາດຕະການທາງດ້ານນະໂຍບາຍເພື່ອກຳນົດແນວທາງ CPD ທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນການຮຽນ (OBE) ແລະການຮັບປະກັນຄຸນນະພາບພາຍໃນສໍາລັບ OBE” ເອກະສານນີ້ໄດ້ກຳນົດໃຫ້ມີການລວມເອົາກິດຈະກໍາ CPD
ເຂົ້າໄວ້ໃນລະດັບໂຄງການຫຼັກສູດ ແລະໃນລະດັບສະຖາບັນການສຶກສາຊັ້ນສູງ.
REAL Erasmus+ project: 101177156