ໃນວັນທີ 3 ເມສາ 2025, ພາຍຫຼັງກອງປະຊຸມໃຫຍ່ຂອງໂຄງການ REAL ຄັ້ງປະຖົມມະເລີກສິ້ນສຸດລົງ, ໂຄງການ REAL ກໍ່ໄດ້ຈັດກອງປະຊຸມເປີດກວ້າງຄັ້ງທີ 1 ຂຶ້ນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມຄັ້ງນີ້ເປັນຄັ້ງທຳອິດ ທີ່ໄດ້ມີການນຳສະເໜີໂຄງການ REAL ໃຫ້ບັນດາແຂກສຳຄັນຈາກພາກສ່ວນພາຍນອກຕ່າງໆ ທີ່ນອກເໜືອຈາກຄະນະທີມງານຈັດຕັ້ງປະຕິບັດໂຄງ REAL, ຄືດັ່ງຕໍ່ໄປນີ້: ແຂກຜູ້ຕາງໜ້າມະຫາວິທະຍາໄລວິທະຍາສາດສຸຂະພາບ ເຊິ່ງເປັນມະຫາວິທະຍາໄລແຫ່ງທີ 5 ຂອງ ສປປລາວ – UHS, ແລະ ຜູ້ຕາງໜ້າຂອງຕະຫຼາດແຮງງານ ເຊັ່ນ: ສະມາຄົມການທ່ອງທ່ຽວແຫ່ງ ສປປ ລາວ, ກຸ່ມບໍລິສັດອິນທິຣາ, ບໍລິສັດ108Jobs, ບໍລິສັດສິດທິໂລຈິດສະຕິກ ແລະບໍລິສັດ L-JATS. ເຊິ່ງໃນເວທີນີ້ ບັນດາຕົວແທນທີມງານຄູ່ຮ່ວມໂຄງການຈາກ 4 ມະຫາວິທະຍາໄລ – ທ່ານ ປອ. ນ. ລົດຈະນາ ໄຕໄຊຍະວົງ (ມຈ), ອຈ.ປອ. ນ. ລັດຊະນີພອນ ສຸລິຍະວົງ (ມຊ), ທ່ານ ຖາວອນ ພັນມະນີວົງ (ມສ), ແລະ ທ່ານ ນ. ຄອນສະຫວັນ ນໍລະສານ (ມຂ) – ແລະທີມງານໂຄງການ REAL ກະຊວງສຶກສາທິການ ແລະ ກິລາ: ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ); ທ່ານ ອຈ. ທອງສຸກ ແກ້ວມະນີ, ຮອງອະທິການ ມຊ; ທ່ານ ປອ. ສົມໃຈ ໄພຍະວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກບົວວົງ, ອະທິການບໍດີ ມຂ, ແລະ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະທິການບໍດີ ມຈ; ແລະ ທ່ານ ນ. ສາຍມະໂນ ຊານຸບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ – ໃນວາລະຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ມີການນຳສະເໜີກ່ຽວກັບເນື້ອໃນລາຍລະອຽດຕ່າງໆຂອງໂຄງການ REAL ໃຫ້ບັນດາແຂກ ທີ່ເຂົ້າຮ່ວມໄດ້ຮັບຟັງ; ແລະຫຼັງຈາກນັ້ນບັນດາອົງປະຊຸມທັງໝົດກໍ່ໄດ້ມີ ການສົນທະນາແລກປ່ຽນ ຄຳຄິດເຫັນນຳກັນ ຢ່າງຫ້າວຫັນ.
ຄະນະຈັດຕັ້ງປະຕິບັດໂຄງການ REAL 17 ທີມ, ພ້ອມຜູ້ຊ່ຽວຊານຄູ່ ຮ່ວມໂຄງການຈາກສະຫະພາບເອີຣົບ, ໄດ້ຈັດກອງປະຊຸມເຮັດວຽກ ຮ່ວມກັນເປັນເວລາ 3 ວັນ ແຕ່ວັນທີ 31 ມີນາ – 2 ເມສາ 2025; ໂດຍການເປັນເຈົ້າພາບຂອງ ມະຫາວິທະຍາໄລ ແຫ່ງຊາດ, ກອງປະຊຸມ ໃຫຍ່ຄັ້ງປະຖົມມະເລີກຂອງໂຄງການ REAL ນີ້ແມ່ນ ສຸມໃສ່:
(1) ການກະກຽມວຽກຂອງສາຍງານທີ 1 – ການເກັບກຳຂໍ້ມູນກ່ຽວກັບ ໂປຣຟາຍລ (profiles ຫຼື ຄຸນລັກສະນະ) ທີ່ຕ້ອງມີສຳລັບນັກສຶກສາ ທີ່ຈະຈົບການສຶກສາ,
(2) ວາລະທຳອິດຂອງສາຍງານທີ 2 ວ່າດ້ວຍການສ້າງຂີດຄວາມສາມາດ, ໂດຍໃຊ້ “ຜົນການຮຽນ: ຍ້ອນຫຍັງ ແລະເພື່ອຫຍັງ?” ຜົນການຮຽນເປັນອົງປະກອບສໍາຄັນ ແລະ ຈຳເປັນ ຂອງວຽກງານປະກັນ ຄຸນນະພາບພາຍໃນ ສໍາລັບການຈັດຕັ້ງປະຕິບັດ OBE ໃຫ້ມີປະສິດທິພາບ, ແລະ
(3) ສາຍງານທີ 3 ຫົວຂໍ້ທີ 1: “ເຮັດແນວໃດໃຫ້ນັກສຶກສາມີສ່ວນຮ່ວມ ໃນການຮຽນ ແລະຈະຊ່ວຍເຂົາເຈົ້າໃຫ້ສາມາດຮັບມືກັບຄວາມລົ້ມເຫຼວໃນການຮຽນ ກໍ່ຄືໃນຊີວິດຈິງໄດ້ແນວໃດ?” (ນຳສະເໜີຜົນໄດ້ຮັບຈາກການສອບຖາມນັກສຶກສາ (ASK Students) ແລະສົນທະນາແລກປ່ຽນກ່ຽວກັບຜົນທີ່ໄດ້ສະເໜີໄປນັ້ນ, ຮຽນຮູ້ຈາກສິ່ງທີ່ພົບຈາກການຄົ້ນຄວ້າວິທະຍາສາດ, ແລະວາງແຜນສໍາລັບບາດກ້າວຕໍ່ໄປ, ເຊິ່ງລວມເຖິງ ການທົດລອງວິທີການໃໝ່ ເພື່ອໃຫ້ນັກສຶກສາມີສ່ວນຮ່ວມໃນການ ຮຽນຮູ້ທີ່ດີກວ່າ).
ບັນດາແຂກທີ່ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ໂຄງການ REAL ຄັ້ງປະຖົມມະເລີກໃນຄັ້ງນີ້ ແມ່ນມີຜູ້ຕາງໜ້າໂຄງການ REAL ຈາກກະຊວງສຶກສາ ແລະກິລາ (MOES) ດັ່ງລາຍລະອຽດຕໍ່ໄປນີ້:
– ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ);
– ທ່ານ ປອ. ປັນຍາ ຈັນທະວົງ, ຮັກສາການຫົວໜ້າກົມ ປະກັນຄຸນນະພາບການສຶກສາ (ປຄສ) ສສກ;
– ທ່ານ ນາງ ນິລິນທອນ ສັກລໍຄຳ, ຫົວໜ້າພະແນກວິຊາການ; ກົມການສຶກສາຊັ້ນສູງ (ສສກ);
– ນາງ ໂມນິກາ ທິບພະລັງສີ, ຮອງຫົວໜ້າພະແນກ ຄຸ້ມຄອງວຸດທິການສຶກສາ, (ປຄສ) ສສກ;
– ທ່ານ ພຸດທະສອນ ພົມມະລາດ, ຫົວໜ້າພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ;
– ທ່ານ ປອ. ວຽງດາວົງ ຫຼວງສິດທິເດດ, ພະແນກວິຊາການ, ກົມການສຶກສາຊັ້ນສູງ ສສກ & ຜູ້ປະສານງານ Erasmus+ ຂັ້ນສູນກາງປະຈຳ ສປປ ລາວ;
– ທ່ານ ຄຳຫຼ້າ ວໍລະດີ, ພະແນກວິຊາການ, ກົມການສຶກສາຊັ້ນສູງ ສສກ;
ພ້ອມນີ້ກໍ່ຍັງມີບັນດາຄະນະນຳຂັ້ນສູງຂອງ 4 ມະຫາວິທະຍາໄລ (ມຊ, ມສ, ມຈ ແລະ ມຂ) ເຂົ້າຮ່ວມ (ເບິ່ງລາຍລະອຽດຂ້າງລຸ່ມ) – ຊຶ່ງໃນກອງປະຊຸມຄັ້ງນີ້ບັນດາແຂກແມ່ນໄດ້ເຂົ້າຮ່ວມໃນບັນດາວະລະຕ່າງໆຂອງກອງປະຊຸມ ແລະພ້ອມນີ້ກໍ່ໄດ້ຮ່ວມປິດກອງປະຊຸມກັບທີມງານໂຄງການ REAL ເພື່ອຮັບຟັງບົດລາຍງານຄວາມຄືບ ໜ້າຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກໂຄງການ ໃນສາມ (3) ສາຍງານຫຼັກ ຄື: ການຮັບປະກັນຄວາມສອດຄ່ອງເໝາະສົມຂອງຫຼັກສູດໃນສະຖາບັນການສຶກສາຊັ້ນສູງຕ່າງໆ (ສາຍງານທີ 1), ຮັບປະກັນຄວາມເປັນໄປໄດ້ຂອງໂຄງການຫຼັກສູດຂອງການສຶກສາຊັ້ນສູງ (ສາຍງານທີ 2) ແລະການຮັບປະກັນປະສິດທິພາບຂອງການສິດສອນ (ສາຍງານທີ 3).
ກອງປະຊຸມໃຫຍ່ໂຄງການ REAL ຄັ້ງປະຖົມມະເລີກນີ້ ເປັນກຽດຮ່ວມເປີດໂດຍ ທ່ານ ສາດສະດາຈານ ປອ. ເດຊານຸລາດ ແສນດວງເດດ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະທ່ານ ຮອງສາດສະດາຈານ ປອ. ລາວັນ ວົງຄຳສານ, ຫົວໜ້າກົມ ການສຶກສາຊັ້ນສູງ, ສສກ; ແລະໃນມື້ປິດກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອຈ. ທອງສຸກ ແກ້ວມະນີ, ຮອງອະທິການ ມຊ; ທ່ານ ປອ. ສົມໃຈ ໄພຍະວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກບົວວົງ, ອະທິການບໍດີ ມຂ; ທ່ານ ຮສ. ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະທິການບໍດີ ມຈ; ແລະ ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ). ທ່ານ ນາງ ໄຊມະໂນ ຊານຸບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ ປະຈຳ ສປປ ລາວ; ຜູ້ປະສານງານໂຄງການ REAL ຂອງ 4 ມະຫາວິທະຍາໄລ: ທ່ານ ປອ. ສຸບິນ ສີສະຫວັດ, ຜູ້ປະສານງານໂຄງການ REAL ມຊ, ທ່ານ ຖາວອນ ປັນມະນີວົງ, ຜູ້ປະສານງານໂຄງການ REAL ມສ, ທ່ານ ນາງ ເພັດສະຫວັນ ສົມສີວິໄລ, ຜູ້ປະສານງານໂຄງການ REAL ມຂ) ແລະ ທ່ານ ນາງ ນົງຄານ ພັນທະນາໄລ, ຜູ້ປະສານງານໂຄງການ REAL ມຈ; ແລະ ສະມາຊິກທີມງານໂຄງການ REAL ຮັບຜິດຊອບເຜີຍແຜ່ ຈາກທັງ 4 ມະຫາວິທະຍາໄລຄູ່ຮ່ວມໂຄງການຂອງ ສປປ ລາວ ກໍ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມໃຫຍ່ຄັ້ງປະຖົມມະເລີກຄັ້ງນີ້ຈົບລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ.
ໃນເດືອນກຸມພາ 2025, ທີມງານຈັດຕັ້ງປະຕິບັດໂຄງການທັງໝົດໄດ້ຮັບການສ້າງຕັ້ງຂຶ້ນ ລວມມີ: ທີມໂຄງການ REAL ຂັ້ນຄະນະວິຊາ 17 ທີມ (ມຊ: 5 ທີມ, ມສ: 4 ທີມ, ມຂ: 4 ທີມ ແລະມຈ: 4 ທີມ), ໜ່ວຍງານຮັບຜິດຊອບໂຄງການ ຂັ້ນສະຖາບັນໃນ 4 ມະຫາວິທະຍາໄລ, ຄະນະຮັບຜິດຊອບໂຄງການ REAL ຂັ້ນສູນກາງ ປະກອບມີ: ກະຊວງສຶກສາທິການ ແລະກິລາ, ຄະນະກຳມະການບໍລິຫານ ໂຄງການ REAL ແລະທີມງານເຜີຍແຜ່ໂຄງການ REAL.
ກອງປະຊຸມອອນລາຍ ໃນວັນທີ 11, 12, 19 ແລະ 20 ກຸມພາ 2025; ເຊິ່ງໄດ້ມີການເປີດໂຄງການ REAL ຢ່າງເປັນທາງການ, ດັ່ງລາຍລະອຽດຂ້າງລຸ່ມນີ້:
1) ການນໍາສະເໜີພາບລວມຂອງໂຄງການ REAL,
2) ວຽກງານຄຸ້ມຄອງການເງິນ ແລະ ບໍລິຫານໂຄງການ REAL,
3) ໜ້າວຽກວິຊາການທຳອິດຂອງໂຄງການ – ການຖາມ-ຕອບ: ສິ່ງທີ່ແຕ່ລະທີມງານໂຄງການ REAL ຕ້ອງໄດ້ເຮັດກ່ອນກອງປະຊຸມໃຫຍ່ຄັ້ງທີ 1, ແລະ
4) ກອງປະຊຸມທີມງານເຜີຍແຜ່ຄັ້ງທໍາອິດ
ໃນກອງປະຊຸມຄັ້ງນີ້ ມີແຂກຜູ້ຕາງໜ້າທັງໝົດ 107 ທ່ານຈາກສະຖາບັນຄູ່ຮ່ວມໂຄງການເຂົ້າຮ່ວມ – ເຊິ່ງເປັນນິມິດໝາຍອັນດີຂອງການເລີ່ມຕົ້ນອອກເດີນທາງເປັນເວລາ 4 ປີ ຂອງໂຄງການ REAL ພວກເຮົາ!
REAL Erasmus+ project: 101177156