ເພື່ອໃຫ້ໂຄງການຫຼັກສູດການສຶກສາຊັ້ນສູງມີຄວາມສອດຄ່ອງເໝາະສົມ ນັ້ນມັນຈໍາເປັນຕ້ອງປະກອບໃຫ້ນັກສຶກສາມີຄວາມຮູ້, ທັກສະ ແລະ ຄວາມສາມາດທີ່ຈໍາເປັນສໍາລັບການດໍາລົງຊີວິດ ແລະ ເຮັດວຽກຮ່ວມກັນ – ພວກເຂົາຕ້ອງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ – ທັງໃນລະດັບທ້ອງຖິ່ນ ແລະ ສາກົນ – ຕາມບ່ອນທີ່ພວກເຂົາກໍາລັງພະຍາຍາມສ້າງຜູ້ຊ່ຽວຊານທີ່ມີຄຸນວຸດທິສູງ ແລະ ພົນລະເມືອງທີ່ມີຄວາມຮັບຜິດຊອບອອກມາຮັບໃຊ້ນັ້ນ.
17 ທີມງານຈັດຕັ້ງປະຕິບັດໂຄງການ REAL ຈາກສີ່ມະຫາວິທະຍາໄລ ໃນ ສປປ ລາວ ໄດ້ດໍາເນີນການເກັບກຳຂໍ້ມູນຈາກຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ໂດຍອີງໃສ່ວິທີການປັບແຕ່ງ (Tuning methodology) ເພື່ອຄົ້ນຫາ ຄວາມຕ້ອງການໃນປະຈຸບັນ ແລະ ໃນອະນາຄົດຂອງ ສັງຄົມລາວ. ການເກັບກຳຂໍ້ມູນດັ່ງກ່າວນີ້ແມ່ນຄັ້ງທໍາອິດໃນ ສປປ ລາວ, ໂດຍບາງໂຄງການຫຼັກສູດແມ່ນໄດ້ຕິດຕໍ່ກັບສິດເກົ່າຂອງພວກເຂົາເຈົ້າເປັນຄັ້ງທໍາອິດ ແລະ ບາງຫຼັກສູດ ໄດ້ຄົ້ນຫາວິທີໃໝ່ – ທີ່ມີປະສິດ ທິພາບຫຼາຍຂຶ້ນ -ເພື່ອດຶງເອົາພາກສ່ວນກ່ຽວຂ້ອງສຳຄັນ ທີ່ນອກເໜືອຈາກນັກວິຊາການໃນຮົ້ວມະຫາວິທະຍາໄລ ໃຫ້ເຂົ້າມາມີສ່ວນຮ່ວມ ໃນການສົນທະນາແບ່ງປັນຂໍ້ມູນທີ່ຈຳເປັນສຳລັບການພັດທະນາປັບປຸງໂຄງການຫຼັກສູດ.
ຜົນໄດ້ຮັບຂອງຄວາມພະຍາຍາມໃນການເກັບກໍາຂໍ້ມູນດັ່ງກ່າວນີ້ແມ່ນຖ່າຍທອດຜ່ານບົດລາຍງານຮ່ວມ ສິ່ງທີ່ຢາກໄດ້ໃນ ‘ຄຸນລັກສະນະທີ່ຜູ້ຈະສໍາເລັດການສຶກສາຕ້ອງມີ ທີ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມລາວ’:
– ອົງປະກອບທີ່ສໍາຄັນຂອງຄຸນລັກສະນະຂອງຜູ້ຈະສໍາເລັດການສຶກສາ ແມ່ນຕ້ອງໄດ້ປະກອບໃຫ້ນັກສຶກສາ ບໍ່ວ່າຈະເປັນສາຂາວິຊາໃດກໍ່ຕາມເພື່ອ ກະກຽມນັກສຶກສາສໍາລັບການຈ້າງງານ (ຫຼື ປະກອບອາຊີບຕົນເອງ) ແລະການເປັນພົນລະເມືອງທີ່ດຸໝັ່ນຫ້າວຫັນ, ແລະ ລວມເຖິງ
– ອົງປະກອບທີ່ຕ້ອງການຫຼາຍທີ່ສຸດຂອງຄຸນລັກສະນະຜູ້ຈະສໍາເລັດການ ສຶກສາສໍາລັບ 9 ສາຂາວິຊາທີ່ເປັນບຸລິມະສິດອັນດັບຕົ້ນໆສໍາລັບ ສປປ ລາວ ເຊັ່ນ: ວິທະຍາສາດສັດ, ການບໍລິຫານທຸລະກິດ, ເສດຖະສາດ ເພື່ອການພັດທະນາຊົນນະບົດ ແລະ ການສົ່ງເສີມທຸລະກິດ, ວິສະວະກໍາໄຟຟ້າ, ພາສາອັງກິດ, ເຕັກໂນໂລຊີອາຫານ, ການທ່ອງທ່ຽວ, ການຂົນສົ່ງ, ແລະ ສັດຕະວະແພດ.
ບົດລາຍງານຕໍ່ສາທາລະນະຊົນສະບັບທຳອິດ ຂອງໂຄງການ REAL Erasmus+ ສະບັບນີ້ແມ່ນອີງໃສ່ຂໍ້ມູນທີ່ເກັບກໍາໄດ້ໃນໄລຍະເດືອນພຶດສະພາ-ສິງຫາ 2025; ໃນບົດລາຍງານນີ້ປະກອບມີບົດສະຫຼຸບຫຍໍ້ເປັນພາສາອັງກິດ ແລະ ບົດລາຍງານເຕັມເປັນພາສາລາວ.
ໃນບົດລາຍງານສ່ວນທີ່ເປັນພາສາລາວນັ້ນແມ່ນປະກອບມີບົດລາຍງານສະເພາະຂອງ 9 ສາຂາວິຊາ, ຄຳອະທິບາຍກ່ຽວກັບເຄື່ອງມືເກັບຂໍ້ມູນ ແລະ ບົດຮຽນ ທີ່ຖອດຖອນໄດ້ – ເພື່ອເປັນແນວທາງໃຫ້ບັນດາຫຼັກສູດອື່ນໆ ແລະ ສະຖາບັນ ການສຶກສາຊັ້ນສູງ ໃນ ສປປ ລາວ ສາມາດເຮັດຕາມໂດຍຜ່ານ ຂັ້ນຕອນ ຂະບວນການອອກແບບ ແລະດໍາເນີນເກັບກຳຂໍ້ມູນທີ່ຄ້າຍຄືກັນນີ້ໄດ້. ເອກະສານສະບັບເຕັມສາມາດເບິ່ງ ແລະ/ຫຼື ດາວໂຫລດໄດ້ທີ່ນີ້.














ໃນວັນທີ 11 ທັນວາ 2025, ພາຍຫຼັງກອງປະຊຸມໃຫຍ່ ໂຄງການ REAL ຄັ້ງທີ 3 ປິດລົງ, ທາງໂຄງການ REAL ກໍ່ໄດ້ເປີດກອງປະຊຸມເປີດກວ້າງ ຄັ້ງທີ 3 ຂຶ້ນທີ່ ນະຄອນປາກເຊ, ແຂວງຈຳປາສັກ, ສປປ ລາວ.
ກອງປະຊຸມດັ່ງກ່າວນີ້ ແມ່ນຄັ້ງທີ 3 ທີ່ໄດ້ນໍາສະເໜີໂຄງການ REAL ຕໍ່ຜູ້ມີບົດບາດສໍາຄັນທີ່ນອກເໜືອຈາກຄະນະທີມງານຈັດຕັ້ງປະຕິບັດໂຄງການ REAL. ແຂກພາຍນອກທີ່ຖືກເຊີນເຂົ້າຮ່ວມກອງປະຊຸມເປີດກວ້າງໃນຄັ້ງນີ້ແມ່ນມີ: ສິດເກົ່າ, ນາຍຈ້າງ ແລະ ຕົວແທນຂອງສະຖາບັນ ການສຶກສາຊັ້ນສູງ (HEIs) ພາຍໃນ ນະຄອນປາກເຊ (ນອກເໜືອຈາກ ມຈ). ໃນກອງປະຊຸມດັ່ງກ່າວນີ້ບັນດາແຂກໄດ້ຮັບຟັງ ການນຳສະເໜີຈຸດປະສົງຂອງໂຄງການ, ຜົນຮັບທີ່ ຄາດໝາຍໄວ້ ແລະ ຜົນສໍາເລັດທີ່ຜ່ານມາ, ລວມທັງສິ່ງທີ່ຄົ້ນພົບ ກ່ຽວກັບຄຸນລັກສະນະຂອງຜູ້ຈະສໍາເລັດການສຶກສາທີ່ຄາດໄວ້ ວ່າຕ້ອງປະກອບມີຫຍັງແດ່ ເພື່ອໃຫ້ຜູ້ສໍາເລັດການສຶກສາ ມີຄວາມພ້ອມທີ່ດີສໍາລັບການຈ້າງງານ (ຫຼື ປະກອບອາຊີບຕົນເອງ) ໃນ ສປປ ລາວ.
ຫຼັງຈາກນັ້ນ, ກໍ່ໄດ້ຂໍເຊີນໃຫ້ທັງສິດເກົ່າ ແລະ ນາຍຈ້າງ ແບ່ງປັນປະສົບການ ແລະ ປະກອບຄວາມຄິດເຫັນໃນແງ່ມຸມຕ່າງໆ ເຂົ້າໃນການວາງແຜນສ້າງຫຼັກສູດ (ຫຼືສ້າງຫຼັກສູດຄືນໃໝ່) ໂດຍອີງໃສ່ຜົນການຮຽນເປັນຫຼັກ (OBE), ການຈັດຕັ້ງປະຕິບັດຫຼັກສູດ ແລະ ການປະກັນຄຸນະພາບພາຍໃນ (IQA) ໂດຍການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງຕ່າງໆ ແມ່ນຈະສາມາດຊ່ວຍປັບປຸງຄວາມສອດຄ່ອງຂອງຫຼັກສູດ ແລະ ຮັບປະກັນມູນຄ່າເພີ່ມຂອງການສຶກສາຊັ້ນສູງໄດ້.
ໃນກອງປະຊຸມນີ້ ວຽກງານໂຄງການແມ່ນໄດ້ຖືກນຳສະເໜີຕໍ່ອົງປະຊຸມ ໂດຍທີມງານຈັດຕັ້ງປະຕິບັດໂຄງການ REAL ຈາກພາກສ່ວນຕ່າງໆ – ທ່ານ ອຈ.ປອ. ນາງ ລັດຊະນີພອນ ສຸລິຍະວົງ (ມຊ), ທ່ານ ອານຸສິດ ວັນນະພອນ (ມສ), ທ່ານ ພອນເທບ ປໍສະຫວັດດີ (ມຂ) ແລະ ທ່ານ ພູມໃຈ ວົງວິໄລ (ມຈ), ແລະການປະກອບຄຳຄິດເຫັນຈາກຜູ້ຕາງໜ້າທີມງານໂຄງການ REAL ຂັ້ນສູນກາງຈາກກະຊວງສຶກສາ ແລະກິລາ (ກສສ) – ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ກສສ), ແລະຄະນະນຳມະຫາວິທະຍາໄລຕ່າງໆ – ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ, ຜູ້ອຳນວຍການ ມຈ; ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ, ຮັກສາຜູ້ອຳນວຍການ ມຂ; ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມຊ; ແລະ ທ່ານ ປອ. ສົມໃຈ ໄພຍະວົງ, ຮອງຜູ້ອຳນວຍການ ມສ.
ທີມງານຈັດຕັ້ງປະຕິບັດໂຄງການ REAL 17 ທີມ, ພ້ອມດ້ວຍຜູ້ຊ່ຽວຊານ ຄູ່ຮ່ວມໂຄງການຈາກສະຫະພາບເອີຣົບ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ຂຶ້ນ ເພື່ອເຮັດວຽກຮ່ວມກັນເປັນເວລາສາມວັນ ແຕ່ວັນທີ 8-10 ທັນວາ 2025, ໂດຍການເປັນເຈົ້າພາບຂອງມະຫາວິທະຍາໄລຈຳປາສັກ (ມຈ). ກອງປະຊຸມໃຫຍ່ຂອງໂຄງການ REAL ຄັ້ງທີ 3 ນີ້ແມ່ນເນັ້ນໜັກໃສ່:
(1) ກວດຜ່ານຄັ້ງສຸດທ້າຍ ບົດລາຍງານວ່າດ້ວຍ ‘ຄຸນລັກສະນະຂອງນັກສຶກສາ ທີ່ຈະຈົບ (Graduate Profiles) ທີ່ສາມາດຕອບສະໜອງໄດ້ ຕາມຄວາມ ຕ້ອງການຂອງສັງຄົມ’ ແລະເລີ່ມການກະກຽມການເກັບກຳຂໍ້ມູນ ໃນລະດັບ ສູນກາງ (ລະດັບຊາດ) ກ່ຽວກັບວິທີການທີ່ດີກວ່າເພື່ອສະແດງໃຫ້ເຫັນເຖິງມູນຄ່າເພີ່ມຂອງການສຶກສາຊັ້ນສູງໄດ້ຢ່າງຈະແຈ້ງ – ສຳລັບສາຍວຽກຫຼັກທີ 1;
(2) ເພື່ອນຮ່ວມງານກວດທົບທວນຜົນໄດ້ຮັບການຮຽນຂອງໂຄງການຫຼັກສູດ (PLOs) ແລະ ຜົນໄດ້ຮັບການຮຽນຮູ້ຂອງລາຍວິຊາ (CLOs), ແລະ ວາລະກອງປະຊຸມຝຶກອົບຮົມຄັ້ງທຳອິດເພື່ອສ້າງຄວາມຮັບຮູ້ກ່ຽວກັບການປະເມີນ ຈຳນວນວຽກຂອງນັກສຶກສາ – ສຳລັບສາຍວຽກຫຼັກທີ 2,
(3) ສາຍວຽກຫຼັກທີ 3 ຫົວຂໍ້ 3: “ວິທີການປະເມີນເບິ່ງວ່າອັນໃດທີ່ມີຄວາມສອດຄ່ອງເໝາະສົມຫຼາຍທີ່ສຸດ?”, ແລະ ເຊັ່ນດຽວກັບ ຄວາມຄືບໜ້າຂອງທີມງານໂຄງການໃນການຈັດຕັ້ງປະຕິບັດ ຫົວຂໍ້ທີ 1 – “ເຮັດແນວໃດໃຫ້ນັກສຶກສາ ເຂົ້າມາມີສ່ວນຮ່ວມໃນການຮຽນ ແລະຊ່ວຍໃຫ້ເຂົາເຈົ້າຮັບມື ກັບຄວາມລົ້ມເຫຼວໄດ້?” – ແລະ ຫົວຂໍ້ທີ 2 – “ວິທີການນຳເອົາຫຼັກການ ຂອງການຮຽນຮູ້ຢ່າງຫ້າວຫັນ (active learning) ເຂົ້າໃຊ້ໃນການອອກແບບຫຼັກສູດ ແລະການສົ່ງບົດຮຽນຂອງອາຈານສອນແນວໃດ?”
ຜູ້ຕາງໜ້າຄະນະທີມງານໂຄງການ REAL ຂັ້ນສູນກາງຈາກກະຊວງສຶກສາ ແລະກິລາ (ກສສ):
ແລະຄະນະນຳມະຫາວິທະຍາໄລຄູ່ຮ່ວມໂຄງການທັງ 4 ຂອງ ສປປ ລາວ ຄື: ມຊ, ມຈ, ມຂ ແລະ ມສ (ເບິ່ງຂ້າງທາງລຸ່ມ) – ກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະເຊິ່ງມີວາລະປະຊຸມໃນໜ້າວຽກທີ່ກ່ຽວຂ້ອງຂອງຕົນໃນມື້ທີ 1 (ກສສ, ເຕັມມື້) ແລະມື້ທີ 3 (ຄະນະທີມງານໂຄງການ REAL ຂັ້ນສູນກາງຄົບຄະນະ, ຕອນເຊົ້າ), ແລະເຂົ້າຮ່ວມພິທີປິດກອງປະຊຸມໂຄງການ ຮ່ວມ ກັບທີມງານຈັດຕັ້ງ ປະຕິບັດໂຄງການ REAL ເພື່ອຮັບຟັງລາຍງານກ່ຽວກັບ ຄວາມຄືບໜ້າ ທີ່ບັນລຸໄດ້ໃນ 3 ສາຍວຽກຫຼັກຂອງໂຄງການ: ຮັບປະກັນຄວາມສອດຄ່ອງຂອງໂຄງການຫຼັກສູດ (ສາຍວຽກຫຼັກທີ 1), ຮັບປະກັນຄວາມເປັນໄປໄດ້ຂອງໂຄງການການຫຼັກສູດໃນສະຖາບັນການສຶກສາຊັ້ນສູງ (ສາຍວຽກຫຼັກທີ 2) ແລະ ການຮັບປະກັນປະສິດທິພາບຂອງການສິດສອນ (ສາຍວຽກຫຼັກທີ 3).
ກອງປະຊຸມໃຫຍ່ຄັ້ງທີ 3 ຂອງໂຄງການ REAL ໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທ່ານຮ່ວມຂອງ ທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິທອນ – ຜູ້ອຳນວຍການ ມຈ, ແລະ ທ່ານ ປອ. ອຳມະນີ ນໍລິນ – ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ).
ເປັນກຽດເຂົ້າຮ່ວມໃນພິທີປິດກອງປະຊຸມໃຫຍ່ໂຄງການ REAL ຄັ້ງທີ 3 ແມ່ນມີບັນດາຄະນຳຂອງສະຖາບັນການສຶກສາຄູ່ຮ່ວມໂຄງການ ແລະ ກະຊວງສຶກສາທິການແລະກິລາ: ທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິທອນ – ຜູ້ອຳນວຍການ ມຈ, ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ – ຮັກສາຜູ້ອຳນວຍການ ມຂ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ – ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ປອ. ສົມໃຈ ໄພຍະວົງ – ຮອງຜູ້ອຳນວຍການ ມສ, ແລະ ທ່ານ ປອ. ອຳມະນີ ນໍລິນ – ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ).
ໃນພິທີປິດດັ່ງກ່າວນີ້, ທີ່ປະຊຸມໄດ້ຮັບຟັງ ແຜນການຜັນຂະຫຍາຍໂຄງການ REAL ຂັ້ນສະຖາບັນ ເຊິ່ງນຳສະເໜີໂດຍ ຜູ້ປະສານງານໂຄງການ REAL ຂັ້ນສະຖາບັນ – ທ່ານ ນາງ ນົງຄານ ພັນທະນາໄລ (ມຈ), ທ່ານ ນາງ ເພັດສະຫວັນ ສົມສີວິໄລ (ມຂ), ທ່ານ ປອ. ສຸບິນ ສີສະຫວັດ (ມຊ), ແລະ ທ່ານ ຖາວອນ ພັນມະນີວົງ (ມສ), ພ້ອມນີ້ກອງປະຊຸມກໍ່ໄດ້ຮັບຟັງບົດລາຍງານກ່ຽວກັບພາບລວມຂອງວຽກງານໂຄງການທີ່ທາງກະຊວງສຶກສາ ແລະກິລາ ໄດ້ຈັດຕັ້ງປະຕິບັດມາ, ເຊິ່ງນຳສະເໜີໂດຍ ທ່ານ ນາງ ນິລິນທອນ ສັກລໍຄຳ ແລະ ທ່ານ ປອ. ນາງ ວຽງດາວົງ ຫຼວງສິດທິເດດ.
ໃນວາລະກອງປະຊຸມເຮັດວຽກຮ່ວມກັນຂອງທີມງານຈັດຕັ້ງປະຕິບັດໂຄງການ REAL ຄັ້ງທີ 3 ນີ້ແມ່ນໄດ້ມີການດຳເນີນກອງປະຊຸມຮ່ວມກັນໂດຍຊ່ຽວຊານຝ່າຍລາວ ແລະ EU.




















ວັນທີ 29 ສິງຫາ 2025, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 2 ຂອງໂຄງການ REAL ສິ້ນສຸດລົງ, ກອງປະຊຸມເປີດກວ້າງຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.
ກອງປະຊຸມຄັ້ງນີ້ແມ່ນຄັ້ງທີສອງທີ່ໄດ້ນຳສະເໜີກ່ຽວກັບໂຄງການ REAL ຕໍ່ພາກສ່ວນກ່ຽວຂ້ອງສຳຄັນນອກເໜືອຈາກຄູ່ຮ່ວມໂຄງການ, ໂດຍໄດ້ມີການເຊີນຜູ້ມີສ່ວນກ່ຽວຂ້ອງຈາກ 3 ກຸ່ມເຂົ້າຮ່ວມ ຄື: ສິດເກົ່າ, ນາຍຈ້າງ ແລະ ຕົວແທນຂອງສະຖາບັນການສຶກສາຊັ້ນສູງ (HEIs) ໃນນະຄອນຫຼວງວຽງຈັນ (ນອກຈາກ ມຊ). ເນື້ອໃນທີ່ນຳສະເໜີ ມີເປົ້າໝາຍຂອງໂຄງການ, ຜົນໄດ້ຮັບທີ່ຄາດໄວ້ ແລະ ຜົນສໍາເລັດໃນໄລຍະຜ່ານມາ, ລວມທັງພາບລວມການຄົ້ນພົບ ຈາກການເກັບກຳຂໍ້ມູນກ່ຽວກັບສິ່ງທີ່ຕ້ອງໄດ້ປະກອບໃຫ້ນັກສຶກສາທີ່ຈະຈົບການສຶກສາວ່າ ພວກເຂົາເຈົ້າຕ້ອງມີຄວາມຮູ້ ທັກສະໃດແດ່ເພື່ອຮອງຮັບຫຼືຕອບສະໜອງໄດ້ຕາມຄວາມຕ້ອງການສໍາລັບຕະຫຼາດແຮງງານໃນ ສປປ ລາວ. ຫຼັງຈາກການນຳສະເໜີແລ້ວ, ອົງປະຊຸມໄດ້ແບ່ງອອກເປັນສອງກຸ່ມ: (ກ) ຜູ້ແທນສະຖາບັນການສຶກສາຊັ້ນສູງ ແລະ (ຂ) ນາຍຈ້າງ ແລະ ສິດເກົ່າ, ເພື່ອສືບຕໍ່ດຳເນີນການປຶກສາຫາລືກັນໃນຫ້ອງປະຊຸມທີ່ແຍກຕ່າງຫາກ.
ບັນດາຜູ້ແທນຂອງສະຖາບັນການສຶກສາຊັ້ນສູງຕ່າງໆ ໄດ້ປຶກສາຫາລືກັນກ່ຽວກັບການປະຕິບັດທີ່ພວກເຂົາພົບວ່າມີປະສິດຕິຜົນໃນການລະບຸຄວາມຕ້ອງການຂອງສັງຄົມໂດຍມີຈຸດປະສົງເພື່ອຮັບປະກັນຄວາມສອດຄ່ອງເໝາະສົມຂອງຄຸນລັກສະນະຂອງນັກສຶກສາທີ່ຈະຈົບອອກໄປ ແລະ ທຳຄວາມເຂົ້າໃຈເພີ່ມເຕີມໃນລາຍລະອຽດກ່ຽວກັບວິທີການໃນການເກັບກຳຂໍ້ມູນທີ່ທາງໂຄງການ REAL ໄດ້ຈັດຕັ້ງປະຕິບັດ. ທັງນາຍຈ້າງ ແລະ ສິດເກົ່າຖືກເຊີນເຂົ້າມາແລກປ່ຽນປະສົບການ ແລະແນວຄວາມຄິດກ່ຽວກັບວິທີທີ່ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການປັບປຸງໂຄງການຫຼັກສູດການສຶກສາຊັ້ນສູງໃນ ສປປ ລາວ ໃຫ້ມີຄວາມສອດຄ່ອງເໝາະສົມຫຼາຍຂຶ້ນ ແລະສາມາດປະກອບຄວາມຮູ້ຄວາມສາມາດໃຫ້ນັກສຶກສາທີ່ຈະຮຽນຈົບໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ.
ສະມາຊິກທີມງານໂຄງການ REAL – ທ່ານ ຖາວອນ ພັນມະນີວົງ (ມສ), ທ່ານ ນາງ ບຳເພັນ ແກ້ວມຸງຄຸນ (ມຈ), ທ່ານ ສຸບັນ ອຸດອນມີໄຊ (ມຂ), ແລະ ທ່ານ ນາງ ຫົງຄໍາ ວົງໄຊ (ມຊ) – ໄດ້ຂຶ້ນນຳສະເໜີ ກ່ຽວກັບ ບັນດາໜ້າວຽກ ແລະ ກິດຈະກຳໂຄງການທີ່ໄດ້ປະຕິບັດ, ໃນຂະນະທີ່ຄະນະຈັດຕັ້ງປະຕິບັດໂຄງການ REAL ຂັ້ນສູນກາງ – ທ່ານ ຮສ.ປອ ຄູນ ສັກບົວວົງ (ມຂ), ທ່ານ ປອ. ນາງ ໜູພອນ ມະນີວັນ (ມສ), ທ່ານ ປອ. ຄຳແກ້ວ ຫານຊະນະ (ສສກ), ທ່ານ ອຳເຄັງ ເພັງລາສີ (ມຊ), ທ່ານ ປອ. ນາງ ວຽງດາວົງ ຫຼວງສິດທິເດດ (ສສກ) – ນຳພາດຳການສົນທະນາແລກປ່ຽນຄຳຄິດເຫັນ ແລະເກັບກໍາຂໍ້ສະເໜີແນະຕ່າງ ໃນວາລະກອງປະຊຸມທັງສອງດັ່ງກ່າວ ເພື່ອໃຊ້ເປັນຂໍ້ມູນຊ່ວຍໃນການຕິດຕາມວຽກງານ ຂອງໂຄງການໃນຂັ້ນຕໍ່ໄປ.
ທີມງານຈັດຕັ້ງປະຕິບັດໂຄງການ REAL ທັງໝົດ 17 ທີມ, ພ້ອມດ້ວຍຜູ້ຊ່ຽວຊານຄູ່ຮ່ວມໂຄງການຈາກສະຫະພາບເອີຣົບ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີສອງຂຶ້ນ ເພື່ອເຮັດວຽກຮ່ວມກັນ ແຕ່ວັນທີ 26-28 ສິງຫາ 2025, ໂດຍການເປັນເຈົ້າພາບຂອງມະຫາວິທະຍາໄລແຫ່ງຊາດ (ມຊ). ກອງປະຊຸມໃຫຍ່ຂອງ ໂຄງການ REAL ຄັ້ງທີ 2 ນີ້ແມ່ນສຸມໃສ່:
(1) ການແບ່ງປັນ ແລະປຶກສາຫາລືກ່ຽວກັບຜົນການຄົ້ນພົບຈາກການເກັບກຳຂໍ້ມູນກ່ຽວກັບຄຸນລັກສະນະນັກສຶກສາຈະຈົບການສຶກສາ (graduate profiles) ທີ່ນອນຢູ່ໃນສາຍວຽກຫຼັກທີ 1ຂອງໂຄງການ, ເຊິ່ງໄດ້ດໍາເນີນການໂດຍຄະນະທີມງານຂອງທັງ 17 ໂຄງການຫຼັກສູດ ໃນລະຫວ່າງເດືອນພຶດສະພາຫາເດືອນກໍລະກົດ 2025, ແລະ ພ້ອມນີ້ກໍ່ຍັງໄດ້ແລກປ່ຽນຖອດຖອນບົດຮຽນການຮຽນຮູ້ວິທີການໃນການດຶງໃຫ້ທັງສິດເກົ່າ ແລະ ນາຍຈ້າງເຂົ້າມາມີສ່ວນຮ່ວມໃນການປຶກສາຫາລືກ່ຽວກັບວ່າຈະເຮັດໃຫ້ການສຶກສາຊັ້ນສູງມີຄວາມສອດຄ່ອງກັບຄວາມຕ້ອງການຂອງສັງຄົມໄດ້ແນວໃດ – ສໍາລັບສາຍວຽກຫຼັກທີ 1;
(2) ກວດຄືນຜົນໄດ້ຮັບການຮຽນຂອງຫຼັກສູດລາຍວິຊາທີ່ໄດ້ຕັ້ງໄວ້ ແລະມີກອງປະຊຸມຝຶກອົບຮົມກ່ຽວກັບຜົນໄດ້ຮັບການຮຽນຮູ້ໃນລະດັບໂຄງການຫຼັກສູດ – ສໍາລັບ ສາຍວຽກຫຼັກທີ 2,
(3) ສາຍວຽກຫຼັກທີ 3 ຫົວຂໍ້ທີ 1: “ເຮັດແນວໃດໃຫ້ນັກສຶກສາເຂົ້າມາມີສ່ວນຮ່ວມໃນການຮຽນ ແລະ ຊ່ວຍໃຫ້ເຂົາເຈົ້າຮັບມືກັບຄວາມລົ້ມເຫຼວໄດ້?” (ປຶກສາຫາລືກ່ຽວກັບການປັບປຸງວິທີການສິດສອນທີ່ໄດ້ນຳມາທົດລອງ ແລະລະດົມຄວາມຄິດວ່າ ຈະສາມາດປຸກລະດົມໃຫ້ສະມາຊິກທີມໂຄງການ REAL ຄົນອື່ນໆ ປັບປຸງແລະໃຊ້ວິທີການໃນລັກສະນະຄ້າຍຄືກັນນີ້ໃນການປະຕິບັດການສິດສອນຂອງເຂົາເຈົ້າໄດ້ແນວໃດ ແລະຄວນມີກອງປະຊຸມສຳມະນາທາງວິຊາການແບບໃດເພື່ອພັດທະນາຄວາມເປັນມືອາຊີບໃນການສິດສອນທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄູອາຈານໄດ້ດີທີ່ສຸດ), ແລະສາຍວຽກຫຼັກທີ 3 ຫົວຂໍ້ 2: “ວິທີການນຳເອົາຫຼັກການຂອງການຮຽນຮູ້ຢ່າງຫ້າວຫັນ (active learning) ເຂົ້າໃຊ້ໃນການອອກແບບຫຼັກສູດແລະການສົ່ງບົດຮຽນຂອງອາຈານສອນແນວໃດ?” (ນຳສະເໜີ ແລະ ສົນທະນາກ່ຽວກັບສິ່ງທີ່ຄົ້ນພົບຈາກການເກັບຂໍ້ມູນຈາກນັກສຶກສາ, ປະຍຸກໃຊ້ຜົນການຄົ້ນຄວ້າ, ແລະກະກຽມວາງແຜນສໍາລັບຂັ້ນຕອນຕໍ່ໄປ, ລວມທັງການທົດລອງສອນໂດຍໃຊ້ເຕັກນິກການຮຽນຮູ້ແບບຫ້າວຫັນ ທີ່ເໝາະສົມທີ່ສຸດສໍາລັບສະພາບການສິດສອນຕົວຈິງຂອງຜູ້ສອນ).
ຜູ້ຕາງໜ້າຄະນະທີມງານໂຄງການ REAL ຂັ້ນສູນກາງຈາກກະຊວງສຶກສາ ແລະກິລາ (MOES):
ແລະຄະນະນຳມະຫາວິທະຍາໄລຄູ່ຮ່ວມໂຄງການ ທັງ 4 ຂອງ ສປປລາວ ຄື: ມຊ, ມຈ, ມຂ ແລະ ມສ (ເບິ່ງຂ້າງທາງລຸ່ມ) – ກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະໄດ້ເຮັດວຽກຮ່ວມກັນ ໃນມື້ທີ 2 (ເຕັມມື້) ແລະມື້ທີ 3 (ຕອນເຊົ້າ), ແລະໄດ້ເຂົ້າຮ່ວມປິດກອງປະຊຸມໂຄງການ REAL ຮ່ວມກັບຄະນະຈັດຕັ້ງປະຕິບັດໂຄງການ ເພື່ອຮັບຟັງສະຫຼຸບລາຍງານກ່ຽວກັບຄວາມຄືບຫນ້າໃນ 3 ວຽກງານຂອງໂຄງການ: ຮັບປະກັນຄວາມສອດຄ່ອງ ຂອງໂຄງການຫຼັກສູດ (ສາຍວຽກຫຼັກທີ 1), ຮັບປະກັນຄວາມເປັນໄປໄດ້ ຂອງໂຄງການການຫຼັກສູດໃນສະຖາບັນການສຶກສາຊັ້ນສູງ (ສາຍວຽກຫຼັກທີ 2) ແລະການຮັບປະກັນປະສິດທິຜົນ ຂອງການສິດສອນ (ສາຍວຽກຫຼັກທີ 3).
ກອງປະຊຸມໃຫຍ່ຄັ້ງທີ 2 ຂອງໂຄງການ REAL ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ ມຊ ໂດຍການເປັນປະທ່ານຮ່ວມຂອງທ່ານ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ – ອະທິການມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ລາວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ (ສສກ) ແລະ ທ່ານ ມາກ ກາລາເຮີ (Mark Gallagher) ເອກອັກຄະລັດຖະທູດ ສະຫະພາບ ເອີຣົບປະຈຳລາວ, ໂດຍມີຕົວແທນຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ -ທ່ານນາງ ສາຍມະໂນ ຊານຸບານ, ບັນດາແຂກ ແລະທີມງານຈັດຕັ້ງປະຕິບັດໂຄງການ REAL ເຂົ້າຮ່ວມຢ່າງພ້ອມພຽງ.
ເປັນກຽດເຂົ້າຮ່ວມໃນພິທີປິດກອງປະຊຸມໃຫຍ່ໂຄງການ REAL ຄັ້ງທີ 2 ແມ່ນມີບັນດາຄະນຳຂອງສະຖາບັນການສຶກສາຄູ່ຮ່ວມໂຄງການ ແລະ ກະຊວງສຶກສາ: ທ່ານ ອຈ. ທອງສຸກ ແກ້ວມະນີ – ຮອງອະທິການບໍດີ ມຊ, ທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິທອນ – ອະທິການບໍດີ ມຈ, ທ່ານ ຮສ.ປອ ຄູນ ສັກບົວວົງ – ອະທິການ ມຂ, ທ່ານ ປອ. ນາງ ໜູພອນ ມະນີວັນ – ຜູ້ແທນ ອະທິການບໍດີ ມສ, ແລະ ທ່ານ ປອ. ອຳມະນີ ນໍຣິນ – ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ), ໃຫຍ່ MOES; ແລະ ບັນດາແຂກ ພ້ອມທີມງານປະຕິບັດໂຄງການ ເຂົ້າຮ່ວມ.
ຜູ້ປະສານງານໂຄງການ REAL ຂັ້ນສະຖາບັນ – ທ່ານ ປອ. ສຸບິນ ສີສະຫວັດ (ມຊ), ທ່ານ ນາງ ເພັດສະຫວັນ ສົມສີວິໄລ (ມຂ), ທ່ານ ຖາວອນ ພັນມະນີວົງ (ມສ), ແລະ ທ່ານ ນາງ ນົງຄານ ພັນທະນາໄລ (ມຈ) ໄດ້ຂຶ້ນສະເໜີສະພາບລວມຂອງວຽກງານ/ກິດຈະກຳໂຄງການທີ່ໄດ້ຈັດຕັ້ງປະຕິບັດສຳເລັດໄປແລ້ວພາຍໃນສະຖາບັນການສຶກສາຂອງຕົນໃນໄລຍະທຳອິດຂອງການປະຕິບັດໂຄງການທີ່ຜ່ານມາ, ໃນຂະນະທີ່ທ່ານ ປອ. ນາງ ວຽງດາວົງ ຫຼວງສິດທິເດດ (ສສກ) ກໍ່ໄດ້ນຳສະເໜີສະພາບລວມຂອງວຽກງານ/ກິດຈະກຳໂຄງການທີ່ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວໃນຂັ້ນສູນກາງ (ສສກ).
ໃນຊ່ວງວາລະເຮັດວຽກຮ່ວມກັນຂອງທີມງານຈັດຕັ້ງປະຕິບັດໂຄງການ ໃນກອງປະຊຸມໃຫຍ່ໂຄງການ REAL ຄັ້ງທີ 2 ນີ້ແມ່ນດຳເນີນກອງປະຊຸມຮ່ວມກັນໂດຍຊ່ຽວຊານລາວ ແລະ EU.










ໃນລະຫວ່າງວັນທີ 30 ເມສາ – 22 ພຶດສະພາ 2025, ມະຫາວິທະຍາໄລຄູ່ຮ່ວມໂຄງການ REAL 4 ແຫ່ງ ໃນ ສປປລາວ ຄື: ມຈ, ມຂ, ມສ ແລະ ມຊ ໄດ້ຈັດກອງປະຊຸມເຜີຍແຜ່ພາຍໃນຄັ້ງທຳອິດ ພາຍໃຕ້ຫົວຂໍ້ວ່າດ້ວຍ “ການປະຕິຮູບໂຄງສ້າງການສຶກສາຊັ້ນສູງໄດ້ເລີ່ມກໍ່ຮ່າງສ້າງຕົວ” – ເຊິ່ງເປັນການເຜີຍແຜ່ໃຫ້ແກ່ນັກວິຊາການ-ຄູອາຈານ, ຜູ້ບໍລິຫານ ແລະ ຄະນະນຳພາຍໃນສະຖາບັນຂອງໃຜລາວ – ໂດຍມີຈຸດປະສົງເພື່ອຊ່ວຍຮັບປະກັນໃຫ້ເກີດມີຄວາມເຂົ້າອົກເຂົ້າໃຈ ມີການຍອມຮັບ ແລະ ເຫັນດີຈັດຕັ້ງປະຕິບັດໂຄງການ REAL ຈົນບັນລຸຜົນສຳເລັດຢ່າງເປັນຮູບປະທຳໃນຂອບເຂດທົ່ວສະຖາບັນຂອງຕົນ. ກອງປະຊຸມທີ່ຈັດຂຶ້ນນະໂອກາດນີ້ແມ່ນມີທັງໝົດ 7 ວາລະ (ໃນນັ້ນ ມສ ຈັດ 4 ວາລະ), ມີອົງປະຊຸມ 150 ກວ່າຄົນເຂົ້າຮ່ວມເພື່ອແລກປ່ຽນ, ຮຽນຮູ້ ແລະ ປຶກສາຫາລືກ່ຽວກັບ: (ກ) ຈຸດປະສົງຂອງໂຄງການ, (ຂ) ໝາກຜົນ ແລະ ຜົນໄດ້ຮັບຂອງໂຄງການທີ່ຄາດໄວ້, (ຄ) ສາຍງານຫຼັກທັງສາມຂອງໂຄງການ, (ງ) ຄວາມຄືບໜ້າໃນບັນດາໜ້າວຽກທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ 1, ແລະ (ຈ) ບັນດາບາດກ້າວຕໍ່ໄປ ແລະ ໜ້າວຽກທີ່ຈະຕ້ອງໄດ້ຮັບການຜັນຂະຫຍາຍແຕ່ເດືອນພຶດສະພາ – ສິງຫາ 2025.






















ໃນວັນທີ 3 ເມສາ 2025, ພາຍຫຼັງກອງປະຊຸມໃຫຍ່ຂອງໂຄງການ REAL ຄັ້ງປະຖົມມະເລີກສິ້ນສຸດລົງ, ໂຄງການ REAL ກໍ່ໄດ້ຈັດກອງປະຊຸມເປີດກວ້າງຄັ້ງທີ 1 ຂຶ້ນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມຄັ້ງນີ້ເປັນຄັ້ງທຳອິດ ທີ່ໄດ້ມີການນຳສະເໜີໂຄງການ REAL ໃຫ້ບັນດາແຂກສຳຄັນຈາກພາກສ່ວນພາຍນອກຕ່າງໆ ທີ່ນອກເໜືອຈາກຄະນະທີມງານຈັດຕັ້ງປະຕິບັດໂຄງ REAL, ຄືດັ່ງຕໍ່ໄປນີ້: ແຂກຜູ້ຕາງໜ້າມະຫາວິທະຍາໄລວິທະຍາສາດສຸຂະພາບ ເຊິ່ງເປັນມະຫາວິທະຍາໄລແຫ່ງທີ 5 ຂອງ ສປປລາວ – UHS, ແລະ ຜູ້ຕາງໜ້າຂອງຕະຫຼາດແຮງງານ ເຊັ່ນ: ສະມາຄົມການທ່ອງທ່ຽວແຫ່ງ ສປປ ລາວ, ກຸ່ມບໍລິສັດອິນທິຣາ, ບໍລິສັດ108Jobs, ບໍລິສັດສິດທິໂລຈິດສະຕິກ ແລະບໍລິສັດ L-JATS. ເຊິ່ງໃນເວທີນີ້ ບັນດາຕົວແທນທີມງານຄູ່ຮ່ວມໂຄງການຈາກ 4 ມະຫາວິທະຍາໄລ – ທ່ານ ປອ. ນ. ລົດຈະນາ ໄຕໄຊຍະວົງ (ມຈ), ອຈ.ປອ. ນ. ລັດຊະນີພອນ ສຸລິຍະວົງ (ມຊ), ທ່ານ ຖາວອນ ພັນມະນີວົງ (ມສ), ແລະ ທ່ານ ນ. ຄອນສະຫວັນ ນໍລະສານ (ມຂ) – ແລະທີມງານໂຄງການ REAL ກະຊວງສຶກສາທິການ ແລະ ກິລາ: ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ); ທ່ານ ອຈ. ທອງສຸກ ແກ້ວມະນີ, ຮອງອະທິການ ມຊ; ທ່ານ ປອ. ສົມໃຈ ໄພຍະວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກບົວວົງ, ອະທິການບໍດີ ມຂ, ແລະ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະທິການບໍດີ ມຈ; ແລະ ທ່ານ ນ. ສາຍມະໂນ ຊານຸບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ – ໃນວາລະຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ມີການນຳສະເໜີກ່ຽວກັບເນື້ອໃນລາຍລະອຽດຕ່າງໆ ຂອງໂຄງການ REAL ໃຫ້ບັນດາແຂກ ທີ່ເຂົ້າຮ່ວມໄດ້ຮັບຟັງ; ແລະຫຼັງຈາກນັ້ນບັນດາອົງປະຊຸມທັງໝົດກໍ່ໄດ້ມີ ການສົນທະນາແລກປ່ຽນ ຄຳຄິດເຫັນນຳກັນ ຢ່າງຫ້າວຫັນ.
ຄະນະຈັດຕັ້ງປະຕິບັດໂຄງການ REAL 17 ທີມ, ພ້ອມຜູ້ຊ່ຽວຊານຄູ່ ຮ່ວມໂຄງການຈາກສະຫະພາບເອີຣົບ, ໄດ້ຈັດກອງປະຊຸມເຮັດວຽກ ຮ່ວມກັນເປັນເວລາ 3 ວັນ ແຕ່ວັນທີ 31 ມີນາ – 2 ເມສາ 2025; ໂດຍການເປັນເຈົ້າພາບຂອງ ມະຫາວິທະຍາໄລ ແຫ່ງຊາດ, ກອງປະຊຸມ ໃຫຍ່ຄັ້ງປະຖົມມະເລີກຂອງໂຄງການ REAL ນີ້ແມ່ນ ສຸມໃສ່:
(1) ການກະກຽມວຽກຂອງສາຍງານທີ 1 – ການເກັບກຳຂໍ້ມູນກ່ຽວກັບ ໂປຣຟາຍລ (profiles ຫຼື ຄຸນລັກສະນະ) ທີ່ຕ້ອງມີສຳລັບນັກສຶກສາ ທີ່ຈະຈົບການສຶກສາ,
(2) ວາລະທຳອິດຂອງສາຍງານທີ 2 ວ່າດ້ວຍການສ້າງຂີດຄວາມສາມາດ, ໂດຍໃຊ້ “ຜົນການຮຽນ: ຍ້ອນຫຍັງ ແລະເພື່ອຫຍັງ?” ຜົນການຮຽນເປັນອົງປະກອບສໍາຄັນ ແລະ ຈຳເປັນ ຂອງວຽກງານປະກັນ ຄຸນນະພາບພາຍໃນ ສໍາລັບການຈັດຕັ້ງປະຕິບັດ OBE ໃຫ້ມີປະສິດທິພາບ, ແລະ
(3) ສາຍງານທີ 3 ຫົວຂໍ້ທີ 1: “ເຮັດແນວໃດໃຫ້ນັກສຶກສາມີສ່ວນຮ່ວມ ໃນການຮຽນ ແລະຈະຊ່ວຍເຂົາເຈົ້າໃຫ້ສາມາດຮັບມືກັບຄວາມລົ້ມເຫຼວໃນການຮຽນ ກໍ່ຄືໃນຊີວິດຈິງໄດ້ແນວໃດ?” (ນຳສະເໜີຜົນໄດ້ຮັບຈາກການສອບຖາມນັກສຶກສາ (ASK Students) ແລະສົນທະນາແລກປ່ຽນກ່ຽວກັບຜົນທີ່ໄດ້ສະເໜີໄປນັ້ນ, ຮຽນຮູ້ຈາກສິ່ງທີ່ພົບຈາກການຄົ້ນຄວ້າວິທະຍາສາດ, ແລະວາງແຜນສໍາລັບບາດກ້າວຕໍ່ໄປ, ເຊິ່ງລວມເຖິງ ການທົດລອງວິທີການໃໝ່ ເພື່ອໃຫ້ນັກສຶກສາມີສ່ວນຮ່ວມໃນການ ຮຽນຮູ້ທີ່ດີກວ່າ).
ບັນດາແຂກທີ່ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ໂຄງການ REAL ຄັ້ງປະຖົມມະເລີກໃນຄັ້ງນີ້ ແມ່ນມີ ຜູ້ຕາງໜ້າໂຄງການ REAL ຈາກກະຊວງສຶກສາ ແລະກິລາ (MOES) ດັ່ງລາຍລະອຽດຕໍ່ໄປນີ້:
– ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ);
– ທ່ານ ປອ. ປັນຍາ ຈັນທະວົງ, ຮັກສາການຫົວໜ້າກົມ ປະກັນຄຸນນະພາບການສຶກສາ (ປຄສ) ສສກ;
– ທ່ານ ນາງ ນິລິນທອນ ສັກລໍຄຳ, ຫົວໜ້າພະແນກວິຊາການ; ກົມການສຶກສາຊັ້ນສູງ (ສສກ);
– ນາງ ໂມນິກາ ທິບພະລັງສີ, ຮອງຫົວໜ້າພະແນກ ຄຸ້ມຄອງວຸດທິການສຶກສາ, (ປຄສ) ສສກ;
– ທ່ານ ພຸດທະສອນ ພົມມະລາດ, ຫົວໜ້າພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ;
– ທ່ານ ປອ. ວຽງດາວົງ ຫຼວງສິດທິເດດ, ພະແນກວິຊາການ, ກົມການສຶກສາຊັ້ນສູງ ສສກ & ຜູ້ປະສານງານ Erasmus+ ຂັ້ນສູນກາງປະຈຳ ສປປ ລາວ;
– ທ່ານ ຄຳຫຼ້າ ວໍລະດີ, ພະແນກວິຊາການ, ກົມການສຶກສາຊັ້ນສູງ ສສກ;
ພ້ອມນີ້ກໍ່ຍັງມີບັນດາຄະນະນຳຂັ້ນສູງຂອງ 4 ມະຫາວິທະຍາໄລ (ມຊ, ມສ, ມຈ ແລະ ມຂ) ເຂົ້າຮ່ວມ (ເບິ່ງລາຍລະອຽດຂ້າງລຸ່ມ) – ຊຶ່ງໃນກອງປະຊຸມຄັ້ງນີ້ບັນດາແຂກແມ່ນໄດ້ເຂົ້າຮ່ວມໃນບັນດາວະລະຕ່າງໆຂອງກອງປະຊຸມ ແລະພ້ອມນີ້ກໍ່ໄດ້ຮ່ວມປິດກອງປະຊຸມກັບທີມງານໂຄງການ REAL ເພື່ອຮັບຟັງບົດລາຍງານຄວາມຄືບ ໜ້າຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກໂຄງການ ໃນ ສາມ (3) ສາຍງານຫຼັກ ຄື: ການຮັບປະກັນຄວາມສອດຄ່ອງເໝາະສົມຂອງຫຼັກສູດໃນສະຖາບັນການສຶກສາຊັ້ນສູງຕ່າງໆ (ສາຍງານທີ 1), ຮັບປະກັນຄວາມເປັນໄປໄດ້ຂອງໂຄງການຫຼັກສູດຂອງການສຶກສາຊັ້ນສູງ (ສາຍງານທີ 2) ແລະການຮັບປະກັນປະສິດທິພາບ ຂອງການສິດສອນ (ສາຍງານທີ 3).
ກອງປະຊຸມໃຫຍ່ໂຄງການ REAL ຄັ້ງປະຖົມມະເລີກນີ້ ເປັນກຽດຮ່ວມເປີດໂດຍ ທ່ານ ສາດສະດາຈານ ປອ. ເດຊານຸລາດ ແສນດວງເດດ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະທ່ານ ຮອງສາດສະດາຈານ ປອ. ລາວັນ ວົງຄຳສານ, ຫົວໜ້າກົມ ການສຶກສາຊັ້ນສູງ, ສສກ; ແລະໃນມື້ປິດກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອຈ. ທອງສຸກ ແກ້ວມະນີ, ຮອງອະທິການ ມຊ; ທ່ານ ປອ. ສົມໃຈ ໄພຍະວົງ, ຮອງອະທິການບໍດີ ມສ; ທ່ານ ຮສ. ປອ. ຄູນ ສັກບົວວົງ, ອະທິການບໍດີ ມຂ; ທ່ານ ຮສ. ປອ. ນ. ພອນສະຫວັນ ເທບພະສຸລິທອນ, ອະທິການບໍດີ ມຈ; ແລະ ທ່ານ ປອ. ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ (ສສກ). ທ່ານ ນາງ ໄຊມະໂນ ຊານຸບານ, ຕາງໜ້າຄະນະຜູ້ແທນ ສະຫະພາບເອີຣົບ ປະຈຳ ສປປ ລາວ; ຜູ້ປະສານງານໂຄງການ REAL ຂອງ 4 ມະຫາວິທະຍາໄລ: ທ່ານ ປອ. ສຸບິນ ສີສະຫວັດ, ຜູ້ປະສານງານໂຄງການ REAL ມຊ, ທ່ານ ຖາວອນ ປັນມະນີວົງ, ຜູ້ປະສານງານໂຄງການ REAL ມສ, ທ່ານ ນາງ ເພັດສະຫວັນ ສົມສີວິໄລ, ຜູ້ປະສານງານໂຄງການ REAL ມຂ) ແລະ ທ່ານ ນາງ ນົງຄານ ພັນທະນາໄລ, ຜູ້ປະສານງານໂຄງການ REAL ມຈ; ແລະ ສະມາຊິກທີມງານໂຄງການ REAL ຮັບຜິດຊອບເຜີຍແຜ່ ຈາກທັງ 4 ມະຫາວິທະຍາໄລ ຄູ່ຮ່ວມໂຄງການຂອງ ສປປ ລາວ ກໍ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມໃຫຍ່ຄັ້ງປະຖົມມະເລີກຄັ້ງນີ້ຈົບລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ.
ໃນເດືອນກຸມພາ 2025, ທີມງານຈັດຕັ້ງປະຕິບັດໂຄງການທັງໝົດໄດ້ຮັບການສ້າງຕັ້ງຂຶ້ນ ລວມມີ: ທີມໂຄງການ REAL ຂັ້ນຄະນະວິຊາ 17 ທີມ (ມຊ: 5 ທີມ, ມສ: 4 ທີມ, ມຂ: 4 ທີມ ແລະມຈ: 4 ທີມ), ໜ່ວຍງານຮັບຜິດຊອບໂຄງການ ຂັ້ນສະຖາບັນໃນ 4 ມະຫາວິທະຍາໄລ, ຄະນະຮັບຜິດຊອບໂຄງການ REAL ຂັ້ນສູນກາງ ປະກອບມີ: ກະຊວງສຶກສາທິການ ແລະກິລາ, ຄະນະກຳມະການບໍລິຫານ ໂຄງການ REAL ແລະທີມງານເຜີຍແຜ່ໂຄງການ REAL.
ກອງປະຊຸມອອນລາຍ ໃນວັນທີ 11, 12, 19 ແລະ 20 ກຸມພາ 2025; ເຊິ່ງໄດ້ມີການເປີດໂຄງການ REAL ຢ່າງເປັນທາງການ, ດັ່ງລາຍລະອຽດຂ້າງລຸ່ມນີ້:
1) ການນໍາສະເໜີພາບລວມຂອງໂຄງການ REAL,
2) ວຽກງານຄຸ້ມຄອງການເງິນ ແລະ ບໍລິຫານໂຄງການ REAL,
3) ໜ້າວຽກວິຊາການທຳອິດຂອງໂຄງການ – ການຖາມ-ຕອບ: ສິ່ງທີ່ແຕ່ລະທີມງານໂຄງການ REAL ຕ້ອງໄດ້ເຮັດກ່ອນກອງປະຊຸມໃຫຍ່ຄັ້ງທີ 1, ແລະ
4) ກອງປະຊຸມທີມງານເຜີຍແຜ່ຄັ້ງທໍາອິດ
ໃນກອງປະຊຸມຄັ້ງນີ້ ມີແຂກຜູ້ຕາງໜ້າທັງໝົດ 107 ທ່ານຈາກສະຖາບັນຄູ່ຮ່ວມໂຄງການເຂົ້າຮ່ວມ – ເຊິ່ງເປັນນິມິດໝາຍອັນດີຂອງການເລີ່ມຕົ້ນອອກເດີນທາງເປັນເວລາ 4 ປີ ຂອງໂຄງການ REAL ພວກເຮົາ!
REAL Erasmus+ project: 101177156