ຜົນທີ່ຕ້ອງການເປັນຮູບປະທຳ (key deliverables) ແລະ ຜົນຮັບ (outcomes)
  • ເອກະສານ “ຄຸນ​ລັກ​ສະ​ນະ​ (ໂປ​ຣ​​ໄຟລ (profile)) ຂອງ​ນັກ​ສຶກ​ສາຜູ້​ທີ່ຈະຈົບທີ່ຕອບສະໜອງໄດ້​ຕາມຄວາມຕ້ອງການຂອງສັງຄົມ” ລາຍງານຜົນ ການສຳຫຼວດຄວາມຄິດເຫັນຈາກພາກສ່ວນກ່ຽວຂ້ອງຕ່າງໆ ກ່ຽວກັບປັດໄຈສຳຄັນທີ່ຈະເຮັດໃຫ້ ໂປຣໄຟລນັກ​ສຶກ​ສາທີ່​ຈະຈົບການສຶກສາມີຄວາມສອດ​ຄ່ອງເໝາະ​ສົມ
  • ມາດຕະການດຶງດູດນັກສຶກສາເຂົ້າມາສຶກສາໃນສະຖາບັນການສຶກສາຊັ້ນສູງ” ເປັນເອກະສານຄູ່ມືແນະນຳພ້ອມໃຊ້ ທີ່ຈະຊ່ວຍສະໜັບສະໜູນບັນດາໜ່ວຍງານຂອງສະຖາບັນການສຶກສາຊັ້ນສູງ ທີ່ຮັບຜິດຊອບຈັດຫານັກສຶກສາໃໝ່ ໃນໜ້າວຽກໃຫ້ຄວາມກະຈ່າງແຈ້ງແກ່ຜູ້ຈະເປັນນັກສຶກສາໃໝ່ໃນອານາຄົດ ແລະ ຄອບຄົວຂອງເຂົາເຈົ້າເຫັນໄດ້ເຖິງສະເໜດຶງດູດໃຈຂອງການສຶກສາຊັ້ນສູງຂອງລາວ, ແລະ ໃນອີກດ້ານໜຶ່ງ ກໍ່ຍັງຊ່ວຍໃຫ້ສະຖາບັນການສຶກສາຊັ້ນສູງ ແລະ ນັກສຶກສາທີ່ຈົບການສຶກສາອອກໄປ ເຫັນໄດ້ຄຸນຄ່າເພີ່ມຂອງການສຶກສາຊັ້ນສູງ ແລະ ສາມາດອະທິບາຍໃຫ້ນາຍຈ້າງຊາບໄດ້ວ່າມີອັນໃດແດ່.
  • ເອກະສານ “ຍຸດທະ​ສາດໃນ​ການ​ດຶງ​ດູດບັນດາພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຂົ້າ​ມາຮ່ວມກັນປັບປຸງຄວາມສອດ​ຄ່ອງ ​ເໝາະ​ສົມຂອງຫຼັກ​ສູດ ແລະ ຮັບປະກັນ ມູນຄ່າເພີ່ມຂອງ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ​ ສ​ປ​ປ ລາວ” ໃນ​ເອ​ກະ​ສານ​ນີ້​ແມ່ນຈະໄດ້ນຳເອົາບົດຮຽນ ທີ່ຖອດຖອນໄດ້ ກ່ຽວກັບວິທີການທີ່ ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ ລາວສາມາດ ເຊີນ​ຊວນ​ພາກ​ສ່ວນທີ່ກ່ຽວຂ້ອງຕ່າງໆ ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ໃນການຮັບປະກັນ ຄວາມສອດ​ຄ່ອງ​ເໝາະ​ສົມ​ຂອງຫຼັກ​ສູດການ​ສຶກ​ສາ​ຊັ້ນ​ສູງ​ພາຍ​ໃນ ສ​ປ​ປລາວ ເພື່ອດຶງດູດຜູ້ຮຽນ​ເຂົ້າ​ມາ​ສຶກ​ສາຫຼາຍຂຶ້ນ ແລະ ສ້າງ​ໃຫ້ພວກເຂົາເຈົ້າ​ມີ​ຄວາມພ້ອມສໍາລັບການຈ້າງງານ (ຫຼື​ເຮັດ​ທຸ​ລະ​ກິດຂອງຕົນເອງ).
  • ແນວ​ທາງການດຶງ​ດູດພາກສ່ວນ​ທີ່ກ່ຽວຂ້ອງຕ່າງໆ ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ໃນການປັບປຸງຄວາມສອດ​ຄ່ອງ​ເໝາະ​ສົມຂອງຫຼັກ​ສູດ ແລະ ຮັບປະກັນ ມູນຄ່າເພີ່ມຂອງ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ ​ສ​ປ​ປລາວ” ຕົວຊີ້ບອກເຖິງວິ​ທີ​​ການ​ລະ​ບຸ​​ຮູບ​ແບບການປະຕິບັດທີ່ດີທີ່ສຸດ​ໃນຂອບໂຄງການ ທີ່ສາມາດ​ຖອດ​ຖອນ​ໄດ້ ແລະບັນ​ຈຸ​ເປັນ​ພາກໜຶ່ງ​ໃນ​ບົດ​ລາຍ​ງານການຮັບປະກັນຄຸນນະພາບພາຍໃນ (IQA) ແລະບົດລາຍງານການປະຕິບັດແນວ​ທາງການສຶກສາໂດຍອີງໃສ່ຜົນໄດ້ຮັບ (OBE).
  • ເອກະສານ “ການສ້າງແຜນທີ່ແບ່ງຄວາມຮັບຜິດຊອບຕໍ່ມາດຖານຜົນການຮຽນຮູ້ຈາກຫຼັກສູດສູ່ລາຍວິຊາ (curriculum mapping) ໂດຍອີງໃສ່ຜົນການຮຽນຮູ້ (LOs)”, ເອກະສານດັ່ງກ່າວນີ້ແບ່ງປັນຕົວຢ່າງ ການແບ່ງຄວາມຮັບຜິດຊອບຕໍ່ຜົນການຮຽນຈາກໂຄງການຫຼັກສູດລວມສູ່ບັນດາລາຍວິຊາ, ໂດຍມີຄໍາປະກອບຄວາມຄິດເຫັນກ່ຽວກັບຄວາມເປັນໄປໄດ້ຂອງໂຄງການຫຼັກສູດ ແລະຄໍາແນະນໍາໃນການຈັດຕັ້ງປະຕິບັດ OBE ແລະ ແນະນໍາກົນໄກ IQA ທີ່ໜ້າເຊື່ອຖື ເຊິ່ງເຊື່ອມຕໍ່ກັບການນໍາໃຊ້ LOs ເປັນເຄື່ອງມືສໍາຄັນໃນການວາງແຜນການຮຽນຮູ້ ໃນຂັ້ນຕໍ່ໄປ.
  • ເອກະສານການສອນສໍາລັບພະນັກງານຄູອາຈານ ວ່າດ້ວຍ “ຜົນການຮຽນຮູ້ແມ່ນເຄື່ອງມືສໍາຄັນໃນການຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນຮັບ ແລະການຮັບປະກັນຄຸນນະພາບພາຍໃນ.”
  • ເອກະສານວ່າດ້ວຍ “ຍຸດທະສາດ ແລະ ຂັ້ນຕອນການປະເມີນພາລະວຽກການຮຽນທັງໝົດຂອງນັກສຶກສາ ເພື່ອສະໜັບສະໜູນການໂອນໜ່ວຍກິດ” ເປັນເອກະສານຝຶກອົບຮົມສຳລັບນັກວິຊາການ, ຄູ​ອາ​ຈານ ແລະບຸກຄະລາກອນການສຶກສາຊັ້ນສູງອື່ນໆໃນ ສປປລາວ, ກ່ຽວກັບປະລິມານພາລະວຽກການຮຽນຂອງນັກສຶກສາວ່າມີຫຍັງແດ່, ເຫດຜົນສຳຄັນທີ່ຕ້ອງໄດ້ມີການຕິດຕາມ ແລະ ປະເມີນພາ​ລະ​ວຽກ​ການ​ຮຽນ​ນັກ​ສຶກ​ສາ, ແລະວິທີການໃນການຕິດຕາມ ແລະ ປະເມີນ ແມ່ນເຮັດແນວໃດ?
  • “​ແນວ​ທາງການວາງແຜນການໂອນໜ່ວຍກິດ” ແນວທາງເພື່ອຊ່ວຍສະໜັບສະໜູນວຽກງານ ຂອງສະຖາບັນການສຶກສາຊັ້ນສູງ ແລະ ໂຄງການຫຼັກສູດການສຶກສາຊັ້ນສູງໃນ ສ​ປ​ປ ລາວ ໃນການນຳເອົາຜົນການຮຽນ (LOs) ເຂົ້າໃຊ້ໃນລະດັບໂຄງການຫຼັກສູດ ແລະ ໃນລະດັບລາຍວິຊາຂອງຫຼັກສູດ, ແລະພ້ອມນີ້ກໍ່ສ້າງວັດທະນະທໍາການວັດແທກ ພາ​ລະໜ້າວຽກຂອງການຮຽນທັງໝົດຂອງນັກສຶກ​ສາ, ເພື່ອ​​​ຕໍ່​ໄປ​ຈະໃຫ້​ສາ​ມາດໂອນໜ່ວຍ​ກິດ​ລະ​ຫວ່າງສະຖາບັນການສຶກສາຊັ້ນສູງຂອງ ສ​ປ​ປ ລາວ ໄດ້ (ບໍ່​ວ່າ​ຈະ​ເປັນ​ລະ​ດັບ​ຊາດ​ ກໍ່​ຄືໃນ​ລະ​ດັບ​​ສາ​ກົນ​)
  • ເອ​ກະ​ສານຝຶກອົບຮົມສໍາລັບນັກວິຊາການ ຄູ​ອາ​ຈານ ເພື່ອ​ຈັດ​ຕັ້ງປະຕິບັດ ແນວ​ທາງການສຶກສາ​ແບບ​ອີງ​ໃສ່​ຜົນ​ການ​ຮຽນ (OBE) ແລະການຮັບປະກັນຄຸນນະພາບພາຍໃນ (IQA)” ​ສາ​ມາດນໍາໃຊ້ໃນການຝຶກອົບຮົມ ເພື່ອກະກຽມນັກວິຊາການ ຄູ​ອາ​ຈານ ໃຫ້​ສາ​ມາດ​ຈັດ​ຕັ້ງປະຕິບັດ​​ແນ​ວ​ທາງການ​ສຶກ​ສາ​ແບບ​ອີງ​ໃສ່​ຜົນ​ການ​ຮຽນ (OBE) ແລະການ​ປະ​ກັນ​ຄຸນ​ນະ​ພາບ​ພາຍ​ໃນ (IQA) ໃຫ້​ປະສົບຜົນສໍາເລັດໄດ້.
  • ເອກະສານຊຸດ “ຜົນການຮຽນເພື່ອການພັດທະນາຢ່າງ​ຕໍ່​ເນື່ອງ​ໃນວິຊາຊີບ (CPD) ເພື່ອກາຍເປັນຄູອາ​ຈານສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ (HE) ທີ່ພ້ອມຈະຈັດຕັ້ງປະຕິບັດແນວ​ທາງ​ການ​ສຶກ​ສາ​ແບບ​ອີງ​ໃສ່​ຜົນ​ກ​ານ​ຮຽນ (OBE)” ເພື່ອສະໜັບ ສະໜູນການປະເມີນຕົນເອງຂອງຄູ​ອາ​ຈານມະຫາວິທະຍາໄລ, ແນະນຳກິດຈະກຳ CPD ແລະ ແຈ້ງໃຫ້ໜ່ວຍ​ງານ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງຂອງ ສ​ປ​ປ​ ລາວ ທີ່ຮັບຜິດຊອບໃນການຮັບ​ຮອງ​ປະ​ສິດ​ທິ​ພາບ​ການ​ສິດ​ສອນ, ລວມ​ເຖິງຜູ້ຮັບຜິດຊອບ IQA ພາຍໃນໂຄງການ ແລະ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຕ່າງໆ (HEIs) ໄດ້​ຮັບ​ຮູ້.
  • “ມາດຕະການທາງ​ດ້ານນະໂຍບາຍເພື່ອ​ກຳ​ນົດ​ແນວ​ທາງ CPD ທີ່ຈໍາເປັນສໍາລັບການ​ຈັດ​ຕັ້ງ​ປະ​ຕິ​ບັດແນວ​ທາງການສຶກສາແບບ​ອີງ​ໃສ່ຜົນການ​ຮຽນ (OBE) ແລະການຮັບປະກັນຄຸນນະພາບພາຍໃນສໍາລັບ OBE” ​ເອ​ກະ​ສານນີ້​ໄດ້ກຳ​ນົດ​ໃຫ້​ມີການລວມເອົາກິດຈະກໍາ CPD ​ເຂົ້າ​ໄວ້ໃນລະດັບໂຄງການຫຼັກ​ສູດ ແລະໃນ​ລະ​ດັບສະຖາບັນການ​ສຶກ​ສາ​ຊັ້ນ​ສູງ.

REAL Erasmus+ project: 101177156