ກິດຈະກຳສົ່ງເສີມການປະຕິຮູບການສຶກສາຊັ້ນສູງຂອງໂຄງການ REAL ແມ່ນເຊື່ອມໂຍງກັນຢ່າງເປັນລະບົບ ຜ່ານ 3 ສາຍງານຫຼັກ ຄື:
ກິດຈະກຳສາຍງານຫຼັກ 1 ຂອງ REAL ມີເປົ້າໝາຍເພື່ອເຕົ້າໂຮມພາກສ່ວນຕ່າງໆທີ່ ກ່ຽວຂ້ອງເຂົ້າມາຮ່ວມມືກັນປັບປຸງ ຄວາມສອດຄ່ອງເໝາະສົມຂອງໂຄງການຫຼັກສູດໃນສາຂາວິຊາສະເພາະຕ່າງໆ ແລະຮັບປະກັນມູນຄ່າເພີ່ມຂອງການສຶກສາຊັ້ນສູງໃນ ສປປ ລາວ ໂດຍ:
1) ການຈັດປະຊຸມປຶກສາຫາລືກັບຄູອາຈານ, ນາຍຈ້າງ, ຜູ້ຈົບການສຶກສາ ແລະ ນັກສຶກສາ ກ່ຽວກັບອົງປະກອບທີ່ສຳຄັນທີ່ສຸດຂອງຄຸນລັກສະນະ (ຫຼື ໂປຣໄຟລ໌ (profile)) ຂອງຜູ້ຈົບການສຶກສາ – ຄວາມຮູ້ທາງດ້ານວິຊາສະເພາະ, ທັກສະຕ່າງໆ ແລະ ຄຸນສົມບັດອື່ນໆທີ່ຈຳເປັນ; ເພື່ອຮຽນຮູ້ວ່າໂປຣໄຟລ໌ຂອງນັກສຶກສາຜູ້ທີ່ຈະຈົບການສຶກສາອອກໄປນັ້ນຄວນປະກອບດ້ວຍອົງປະກອບໃດແດ່ ເພື່ອໃຫ້ຕອບສະໜອງໄດ້ຕາມຄວາມຕ້ອງການດ້ານເສດຖະກິດ-ສັງຄົມຂອງປະເທດ, ໂດຍເລີ່ມຈາກບັນດາຫຼັກສູດປະລິນຍາຕີໃນສາຂາວິຊາຕ່າງໆເປັນຈຸດເລີ່ມຕົ້ນ (ເວົ້າສະເພາະແມ່ນເລີ່ມຈາກ 8 ຫຼັກສູດຂອງສາຂາວິຊາທີ່ແຕກຕ່າງກັນ);
2) ໃນບາດກ້າວຕໍ່ໄປແມ່ນເນັ້ນໜັກ ຫຼື ສຸມໃສ່ການປັບປຸງການສື່ສານລະຫວ່າງຕະຫຼາດແຮງງານ, ສັງຄົມທົ່ວໄປ ແລະ ຂະແໜງການສຶກສາຊັ້ນສູງ, ເພື່ອເຮັດໃຫ້ນາຍຈ້າງ ແລະຕົວແທນຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ແລະສັງຄົມລາວໂດຍລວມ ເຫັນໄດ້ຄວາມສອດຄ່ອງເໝາະສົມ ແລະ “ມູນຄ່າເພີ່ມ” ຂອງການສຶກສາຊັ້ນສູງຢ່າງຈະແຈ້ງ.
3) ການຈັດຕັ້ງກິດຈະກຳ 4 ຮອບ ເພື່ອທົດສອບຍຸດທະສາດຕ່າງໆ ໃນການດຶງເອົາບັນດາພາກສ່ວນກ່ຽວຂ້ອງສຳຄັນຕ່າງໆ ເຂົ້າມາມີສ່ວນຮ່ວມໃນການປັບປຸງຄວາມສອດຄ່ອງເໝາະສົມ ແລະ ຮັບປະກັນມູນຄ່າເພີ່ມ ຂອງການສຶກສາຊັ້ນສູງໃນ ສປປ ລາວ, ເພື່ອກຳນົດຍຸດທະສາດທີ່ມີປະສິດທິຜົນສູງສຸດ ແລະ ແບ່ງປັນຍຸດທະສາດດັ່ງກ່າວນັ້ນ ໃນລະ ດັບຊາດ.
ບັນດາກິດຈະກຳໃນສາຍງານຫຼັກທີ 2 ຂອງໂຄງການ REAL ມີຈຸດປະສົງເພື່ອສົ່ງເສີມການຈັດຕັ້ງປະຕິບັດ ສອງກົນໄກຫຼັກທີ່ຈຳເປັນເພື່ອ ຮັບປະກັນຄວາມຍືນຍົງຄົງຕົວ ຂອງຫຼັກສູດການສຶກສາຊັ້ນສູງ ແລະ ສະໜັບສະໜູນສົ່ງເສີມການປັບປຸງໂຄງສ້າງ ແລະນະວັດຕະກຳແບບຍືນຍົງ ໃນຂັ້ນລະບົບການສຶກສາຊັ້ນສູງຂອງ ສປປ ລາວ:
(i) ນຳໃຊ້ຜົນການຮຽນຮູ້ (LOs) ເພື່ອຢັ້ງຢືນວ່າ ຄຸນລັກສະນະຂອງຜູ້ຈົບການສຶກສາຕາມທີ່ຕ້ອງການນັ້ນ (ຕາມທີ່ລະບຸໄວ້ໃນ LOs ຂອງຫຼັກສູດ) ນັກສຶກສາສາມາດບັນລຸໄດ້ຈິງໂດຍທີ່ພວກເຂົາເຈົ້າສາມາດເສັງຜ່ານບັນດາວິຊາຕ່າງໆທີ່ມີຢູ່ໃນໂຄງການຫຼັກສູດ (ແລະ LOs ຂອງວິຊາເຫຼົ່ານັ້ນໆ);
(ii) ເຮັດໃຫ້ເຫັນຢ່າງຊັດເຈນໜ້າວຽກຂອງການຮຽນທັງໝົດ ທີ່ນັກສຶກສາຕ້ອງໃຊ້ເພື່ອບັນລຸ LOs ທັງໃນລະດັບວິຊາ ແລະ ລະດັບຫຼັກສູດ, ເຊິ່ງເປັນກົນໄກຮັບປະກັນ ຄຸນນະພາບພາຍ ໃນອັນທີສອງ ເພື່ອຮັບປະກັນວ່າເປົ້າໝາຍຜົນການຮຽນທີ່ກຳນົດໄວ້ (LOs) ແມ່ນເປັນໄປໄດ້ ແລະ ສາມາດບັນລຸໄດ້ຕາມເວລາ ທີ່ກຳນົດໃຫ້ແຕ່ລະລາຍວິຊາ ແລະ ຫຼັກສູດທັງໝົດ.
ກິດຈະກຳສາຍງານຫຼັກ 3 ຂອງໂຄງການ REAL ມີເປົ້າໝາຍເພື່ອ ຮັບປະກັນປະສິດທິພາບການສິດສອນທີ່ຈຳເປັນເພື່ອຈັດຕັ້ງປະຕິບັດ ແລະ ຕິດຕາມຂະບວນ ການປະຕິຮູບການສຶກສາຊັ້ນສູງ. ກິດຈະກຳຂອງສາຍງານຫຼັກທີ 3 ຂອງ REAL ຊ່ວຍສົ່ງເສີມການພັດທະນາຄວາມສາມາດໃນຂັ້ນບຸກຄົນ, ທີມງານພັດທະນາຫຼັກສູດ ແລະ ມະຫາວິທະຍາໄລ:
– ທັງໝົດນີ້ແມ່ນເພື່ອຊ່ວຍໃຫ້ມະຫາວິທະຍາໄລມີແຫຼ່ງຊັບພະຍາກອນ ນຳໃຊ້ເຂົ້າໃນການຕິດຕາມປະສິດທິພາບການສິດສອນ ແລະ ຂະບວນການປະຕິຮູບການສຶກສາຊັ້ນສູງໂດຍລວມ.
6 ຫົວຂໍ້ຈຸດສຸມສຳຄັນມີດັ່ງນີ້:
REAL Erasmus+ project: 101177156